Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 5:4 - ພຣະຄຳພີສັກສິ

4 ຖ້າ​ຜູ້ໜຶ່ງ​ເຜີ​ຕົວ​ກ່າວ​ສາບານ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຫຍັງ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 5:4
25 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ໂຊນ ກໍ​ຍ້ອນ​ຄຳສາບານ​ແຫ່ງ​ພຣະເຈົ້າຢາເວ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ລູກຊາຍ​ຂອງໂຊນ.


ເພິ່ນ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ເອລີຊາ​ບໍ່​ຖືກ​ຕັດ​ຫົວ​ກ່ອນ​ວັນ​ນີ້​ໝົດ​ໄປ ກໍ​ຂໍ​ໃຫ້​ພຣະເຈົ້າ​ປະຫານ​ຊີວິດ​ຂອງ​ຂ້ານ້ອຍ​ເສຍ​ເຖີດ.”


ພວກເຂົາ​ໄດ້​ເຮັດ​ໃຫ້​ເພິ່ນ​ຂົມຂື່ນ​ລະທົມ​ໃຈ ຈົນ​ເພິ່ນ​ໄດ້​ເວົ້າຈາ​ໄປ​ໂດຍ​ບໍ່​ທັນ​ໄດ້​ຄິດ​ສາກ່ອນ.


ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ. ສ່ວນ​ແປ້ງເຂົ້າ​ທີ່​ເຫຼືອ​ຈະ​ເປັນ​ຂອງ​ປະໂຣຫິດ ເໝືອນກັນ​ກັບ​ກໍລະນີ​ຖວາຍ​ພືດຜົນ​ເປັນເມັດ.


ຖ້າ​ຜູ້ໜຶ່ງ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຈາກ​ມະນຸດ​ໂດຍ​ບໍ່ຕັ້ງໃຈ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.


ຖ້າ​ຍິງ​ຜູ້ໜຶ່ງ​ທີ່​ບໍ່​ທັນ​ໄດ້​ແຕ່ງງານ​ຫາກ​ບະບົນ​ໄວ້​ໂດຍ​ບໍ່ຕັ້ງໃຈ ຫລື​ຢ່າງ​ບໍ່​ຄິດ​ຖີ່ຖ້ວນ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ ແລ້ວ​ນາງ​ກໍ​ແຕ່ງງານ​ໄປ;


ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ໄດ້​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ກະທຳ​ຕາມ​ສັນຍາ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ​ເອງ.


ຈົນ​ເພິ່ນ​ສັນຍາ​ໂດຍ​ສາບານ​ກັບ​ນາງ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ.”


ຝ່າຍ​ກະສັດ​ກໍ​ເປັນທຸກໃຈ​ຢ່າງ​ໜັກ ແຕ່​ເພາະ​ຄຳສັນຍາ​ທີ່​ໄດ້​ໃຫ້​ໄວ້​ຊ້ອງໜ້າ​ແຂກ​ທັງໝົດ​ຂອງຕົນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຕາມ​ທີ່​ນາງ​ໄດ້​ຂໍ.


ແລ້ວ​ເພິ່ນ​ກໍ​ສາບານ​ປະຕິຍານ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ​ມາ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງເຮົາ.”


ພໍ​ເວລາ​ຮຸ່ງ​ເຊົ້າ​ແລ້ວ ພວກ​ຢິວ​ບາງຄົນ​ກໍ​ເຕົ້າໂຮມ​ກັນ​ສົມຮູ້​ຮ່ວມຄິດ ເພື່ອ​ວາງແຜນ​ການ​ປອງຮ້າຍ ພວກເຂົາ​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ເລີຍ ຈົນກວ່າ​ຈະ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ.


ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ບອກ​ຜູ້ໃດ​ວ່າ ພວກຂ້ອຍ​ກຳລັງ​ມາ​ເຮັດ​ຫຍັງ, ພວກຂ້ອຍ​ກໍ​ຂໍ​ສັນຍາ​ວ່າ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ມອບ​ດິນແດນ​ນີ້​ໃຫ້​ພວກຂ້ອຍ​ແລ້ວ ພວກຂ້ອຍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງດີ. ຖ້າ​ພວກຂ້ອຍ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້ ຂໍ​ໃຫ້​ພຣະເຈົ້າ​ເອົາ​ຊີວິດ​ຂອງ​ພວກຂ້ອຍ​ໄປ​ເທີ້ນ.”


ໂຢຊວຍ​ໄດ້​ຕົກລົງ​ສ້າງ​ມິດຕະພາບ​ກັບ​ຊາວ​ກີເບໂອນ ແລະ​ຍອມ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ໄດ້. ຝ່າຍ​ພວກຜູ້ນຳ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຕ່າງ​ກໍໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ວ່າ ຈະ​ຖື​ຮັກສາ​ຂໍ້​ຕົກລົງ​ນັ້ນ.


ຂ້ານ້ອຍ​ຈະ​ຖວາຍ​ຄົນ​ທຳອິດ​ທີ່​ອອກ​ຈາກ​ເຮືອນ​ມາ​ພົບ​ຂ້ານ້ອຍ ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ກັບ​ມາ​ຢ່າງ​ມີໄຊ.”


ແຕ່​ພວກເຮົາ​ບໍ່​ອາດ​ໃຫ້​ພວກເຂົາ​ແຕ່ງງານ​ກັບ​ລູກສາວ​ຂອງ​ພວກເຮົາ​ໄດ້ ເພາະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ໃຫ້​ພວກ​ເບັນຢາມິນ​ແຕ່ງງານ​ກັບ​ລູກສາວ​ຂອງຕົນ ຈະ​ຖືກ​ສາບແຊ່ງ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້.”


ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ ເພື່ອ​ຫາ​ເມຍ​ໃຫ້​ພວກ​ເບັນຢາມິນ​ທີ່​ຍັງເຫລືອ​ນີ້ ເພາະ​ພວກເຮົາ​ໄດ້​ສັນຍາ​ຕໍ່​ພຣະເຈົ້າຢາເວ​ແລ້ວ​ວ່າ ພວກເຮົາ​ຈະ​ບໍ່​ຍອມ​ເອົາ​ລູກສາວ​ຂອງ​ພວກເຮົາ​ໃຫ້​ພວກເຂົາ.”


ຖ້າ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ຕໍ່​ກີເດໂອນ​ກັບ​ຄອບຄົວ​ຂອງ​ເພິ່ນ​ໃນ​ມື້ນີ້ ດ້ວຍ​ຄວາມ​ຈິງໃຈ​ແລະ​ສັດຊື່​ແທ້ ກໍ​ຂໍ​ໃຫ້​ພວກເຈົ້າ​ມີ​ຄວາມສຸກ​ກັບ​ອາບີເມເຫຼັກ ແລະ​ໃຫ້​ລາວ​ມີ​ຄວາມສຸກ​ກັບ​ພວກເຈົ້າ​ເໝືອນກັນ.


ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”


ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ອຍ ເຖິງ​ຕາຍ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ນາບານ ກ່ອນ​ມື້ອື່ນ​ເຊົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka