Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 5:3 - ພຣະຄຳພີສັກສິ

3 ຖ້າ​ຜູ້ໜຶ່ງ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຈາກ​ມະນຸດ​ໂດຍ​ບໍ່ຕັ້ງໃຈ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 5:3
10 Jak'a apnaqawi uñst'ayäwi  

ແລ້ວ​ຈຶ່ງ​ສາມາດ​ເຂົ້າ​ໄປ​ທີ່​ເດີ່ນ​ດ້ານໃນ​ຂອງ​ພຣະວິຫານ​ໄດ້ ແລະ​ຖວາຍ​ເຄື່ອງ​ບູຊາ​ສຳລັບ​ພິທີ​ຊຳລະຕົນເອງ ເພື່ອ​ວ່າ​ລາວ​ຈະ​ຮັບໃຊ້​ຢູ່​ໃນ​ພຣະວິຫານ​ອີກ​ຕໍ່ໄປ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ປະໂຣຫິດ​ຈະ​ກວດເບິ່ງ​ອາການ​ເຈັບປວດ​ນັ້ນ ແລະ​ຖ້າ​ຂົນ​ທີ່​ຜິວໜັງ​ຫງອກ ແລະ​ພະຍາດ​ກໍ​ຢູ່​ເລິກ​ກວ່າ​ຜິວໜັງ​ລົງ​ໄປ ໃຫ້​ນັບ​ຜູ້ນັ້ນ​ວ່າ​ເປັນ​ພະຍາດ​ຂີ້ທູດ ແລະ​ປະໂຣຫິດ​ຕ້ອງ​ປະກາດ​ວ່າ​ຄົນ​ນັ້ນ​ເປັນ​ມົນທິນ.


ຖ້າ​ຜູ້ໜຶ່ງ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໂດຍ​ບໍ່ຕັ້ງໃຈ ເຊັ່ນ​ຊາກສັດ​ຕາຍ; ລາວ​ກໍ​ເປັນ​ມົນທິນ​ແລະ​ມີ​ຄວາມຜິດ.


ຖ້າ​ຜູ້ໜຶ່ງ​ເຜີ​ຕົວ​ກ່າວ​ສາບານ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຫຍັງ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.


ເຊັ່ນດຽວ​ກັນ ຖ້າ​ຜູ້ໃດ​ກິນ​ຊີ້ນ​ທີ່​ຖວາຍ​ນີ້ ຫລັງຈາກ​ຕົນ​ໄດ້​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ແລ້ວ ບໍ່​ວ່າ​ຈາກ​ຄົນ​ຫລື​ຈາກ​ສັດ​ກໍຕາມ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.


ສິ່ງໃດ​ທີ່​ຄົນ​ເປັນມົນທິນ​ຈັບບາຍ​ກໍ​ເປັນ​ມົນທິນ ແລະ​ຜູ້ໃດ​ທີ່​ຈັບບາຍ ຜູ້ນັ້ນ​ກໍ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka