2 ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດໂດຍບໍ່ຕັ້ງໃຈ ເຊັ່ນຊາກສັດຕາຍ; ລາວກໍເປັນມົນທິນແລະມີຄວາມຜິດ.
ແຕ່ບໍ່ມີຜູ້ໃດເຫັນໄດ້ເຖິງຄວາມຜິດພາດຂອງຕົນເອງ ໂຜດຊ່ວຍຂ້ານ້ອຍຈາກຄວາມຜິດທີ່ປິດບັງໄວ້ດ້ວຍ
ທຸກຄົນທີ່ແບກຫາບເຄື່ອງໃຊ້ຂອງພຣະເຈົ້າຢາເວ ຈົ່ງອອກໄປໄວໆ ຈາກນະຄອນບາບີໂລນເຖີດ ຢ່າແຕະຕ້ອງສິ່ງຫວງຫ້າມໃດໆ ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະອອກໜີໄປເຖີດ
ສັດເຊັ່ນນັ້ນຖືວ່າເປັນມົນທິນ. ຢ່າກິນສັດເຫຼົ່ານັ້ນ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ.
ຢ່າກິນສັດເຫຼົ່ານີ້ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ ເພາະສັດເຫຼົ່ານີ້ເປັນມົນທິນ.
ຖ້າຊຸມຊົນອິດສະຣາເອນທັງໝົດເຮັດບາບ ແລະມີຄວາມຜິດໂດຍຝ່າຝືນລະບຽບການຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ
ຖ້າຜູ້ໃດຜູ້ໜຶ່ງກະທຳບາບໂດຍບໍ່ຕັ້ງໃຈ ຄືຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງ ລາວມີຄວາມຜິດແລະຕ້ອງຮັບໂທດ.
ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດໆກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ.
ຖ້າຜູ້ໜຶ່ງເຜີຕົວກ່າວສາບານ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ.
ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
ແລ້ວຮັກກາຍກໍໄດ້ຖາມວ່າ, “ຖ້າວ່າຄົນຜູ້ໜຶ່ງເປັນມົນທິນ ຍ້ອນໄດ້ແຕະຕ້ອງຊາກສົບຄົນຕາຍ. ຖ້າລາວໄດ້ແຕະຕ້ອງອາຫານເຫຼົ່ານີ້ຢ່າງໜຶ່ງຢ່າງໃດ ມັນຈະເຮັດໃຫ້ອາຫານເຫຼົ່ານີ້ເປັນມົນທິນຄືກັນບໍ?” ພວກປະໂຣຫິດຈຶ່ງຕອບວ່າ, “ເປັນມົນທິນ.”
ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
ວິບັດແກ່ພວກເຈົ້າ ພວກເຈົ້າເປັນດັ່ງບ່ອນຝັງສົບ ທີ່ຄົນບໍ່ສັງເກດຮູ້ເຫັນ ເປັນບ່ອນທີ່ຄົນທັງຫລາຍຢຽບໄປມາ ໂດຍບໍ່ຮູ້ວ່າມີຫຍັງ.”
ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້.
ຢ່າກິນໝູເພາະໝູເປັນທີ່ຖືວ່າເປັນມົນທິນ. ມັນບໍ່ຄ້ຽວເອື້ອງ ແຕ່ມີໂບກຕີນເປັນກີບ. ຢ່າກິນສັດເຫຼົ່ານີ້ ແລະຢ່າແຕະຕ້ອງແມ່ນແຕ່ຊາກສົບຂອງມັນ.