19 ອັນນີ້ ແມ່ນການຖວາຍ ເພື່ອຊົດໃຊ້ແທນຄືນຕໍ່ໜ້າພຣະເຈົ້າຢາເວ.
ແລ້ວເຊການີຢາລູກຊາຍຂອງເຢຮີເອນຈາກຕະກຸນເອລາມ ກໍເວົ້າກັບເອຊະຣາວ່າ, “ພວກຂ້ານ້ອຍຂາດຄວາມເຊື່ອໃນພຣະເຈົ້າຂອງພວກຂ້ານ້ອຍ ໂດຍໄປແຕ່ງງານກັບຜູ້ຍິງຕ່າງຊາດ; ແຕ່ເຖິງຢ່າງໃດກໍດີ ຊາດອິດສະຣາເອນຍັງມີຄວາມຫວັງຢູ່.
ຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງແຕ່ຜູ້ດຽວ ຄືເຮັດໃນສິ່ງທີ່ພຣະອົງຖືວ່າເປັນການຊົ່ວຮ້າຍ. ການທີ່ພຣະອົງຕັດສິນຂ້ານ້ອຍນັ້ນກໍຖືກຕ້ອງແລ້ວ. ພຣະອົງຊົງຍຸດຕິທຳເມື່ອລົງໂທດຂ້ານ້ອຍນັ້ນ.
ໃນຫ້ອງໂຖງນີ້ມີໂຕະສີ່ໜ່ວຍ ຄືຂ້າງລະສອງໜ່ວຍ. ແມ່ນເທິງໂຕະເຫຼົ່ານີ້ ທີ່ພວກເຂົາໄດ້ຂ້າສັດຕ່າງໆເພື່ອເປັນເຄື່ອງເຜົາຖວາຍບູຊາ ບໍ່ວ່າເຜົາສັດທັງໂຕຖວາຍບູຊາ ຫລືຖວາຍບູຊາເພື່ອລຶບລ້າງບາບ ຫລືຖວາຍບູຊາເພື່ອຊົດໃຊ້ແທນຄືນ.
ຖ້າຜູ້ໃດຜູ້ໜຶ່ງກະທຳບາບໂດຍບໍ່ຕັ້ງໃຈ ຄືຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງ ລາວມີຄວາມຜິດແລະຕ້ອງຮັບໂທດ.
ລາວຕ້ອງນຳແກະ ຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍແກະຫລືແບ້ໂຕໜຶ່ງໄດ້ ຕ້ອງໃຫ້ລາວນຳນົກກາງແກຫລືນົກເຂົາສອງໂຕ ມາຖວາຍແກ່ພຣະເຈົ້າຢາເວ ເປັນຄ່າຊົດໃຊ້ບາບຂອງຕົນຄື: ໂຕໜຶ່ງຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງເພື່ອເຜົາຖວາຍບູຊາດ້ວຍໄຟ.
ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ.
ເຮົາຂໍຖາມພວກເຈົ້າວ່າເປັນການຖືກຕ້ອງບໍທີ່ມະນຸດສໍ້ໂກງພຣະເຈົ້າ? ແນ່ນອນບໍ່ເປັນການຖືກຕ້ອງ, ແຕ່ພວກເຈົ້າຕ່າງກໍສໍ້ໂກງເຮົາ. ພວກເຈົ້າຖາມວ່າ, ‘ສໍ້ໂກງຢ່າງໃດ?’ ກໍສໍ້ໂກງໃນເລື່ອງໜຶ່ງສ່ວນສິບ ແລະເຄື່ອງຖວາຍຕ່າງໆນັ້ນແຫຼະ.
ພວກເຂົາພາກັນໄປຫາປະຊາຊົນຣູເບັນ, ກາດ ແລະມານາເຊຕາເວັນອອກທີ່ດິນແດນກີເລອາດ,