ລະບຽບ^ພວກເລວີ 5:18 - ພຣະຄຳພີສັກສິ18 ລາວຕ້ອງນຳແກະ ຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. Uka jalj uñjjattʼäta |
ຖ້າການຜິດພາດຢ່າງນີ້ຫາກໄດ້ເກີດຂຶ້ນເພາະຊຸມຊົນຮູ້ເທົ່າບໍ່ເຖິງການ ໃຫ້ພວກເຈົ້ານຳງົວເຖິກໂຕໜຶ່ງມາຕາມພິທີຖວາຍບູຊາ ຄູ່ກັບການຖວາຍພືດຜົນເປັນເມັດຢ່າງດີ ແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງການຖວາຍນັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາຕ້ອງຖວາຍແບ້ເຖິກຕື່ມອີກໂຕໜຶ່ງຕາມພິທີຖວາຍເພື່ອລຶບລ້າງບາບ.