ລະບຽບ^ພວກເລວີ 5:15 - ພຣະຄຳພີສັກສິ15 ຖ້າຜູ້ໃດຜູ້ໜຶ່ງເຮັດບາບ ຍ້ອນລືມຊຳລະສິ່ງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ ໂດຍບໍ່ຕັ້ງໃຈ ເພື່ອເປັນການຊົດໃຊ້ແທນຄືນຫລັງໃຫ້ພຣະອົງ ລາວຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. Uka jalj uñjjattʼäta |
ຖ້າການຜິດພາດຢ່າງນີ້ຫາກໄດ້ເກີດຂຶ້ນເພາະຊຸມຊົນຮູ້ເທົ່າບໍ່ເຖິງການ ໃຫ້ພວກເຈົ້ານຳງົວເຖິກໂຕໜຶ່ງມາຕາມພິທີຖວາຍບູຊາ ຄູ່ກັບການຖວາຍພືດຜົນເປັນເມັດຢ່າງດີ ແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງການຖວາຍນັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາຕ້ອງຖວາຍແບ້ເຖິກຕື່ມອີກໂຕໜຶ່ງຕາມພິທີຖວາຍເພື່ອລຶບລ້າງບາບ.
ພວກເຂົາຕອບວ່າ, “ຖ້າພວກເຈົ້າຈະສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນໄປ ພວກເຈົ້າຕ້ອງສົ່ງເຄື່ອງຖວາຍໄປພ້ອມ ເພື່ອໃຫ້ເປັນການຊົດໃຊ້ບາບຂອງພວກເຈົ້າ. ຫີບພັນທະສັນຍານີ້ຈະຖືກສົ່ງຄືນໄປໂດຍບໍ່ມີຂອງຖວາຍບໍ່ໄດ້. ດ້ວຍການເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຫາຍດີຈາກພະຍາດ ແລະພວກເຈົ້າກໍຈະຮູ້ວ່າ ເປັນຫຍັງພຣະອົງຈຶ່ງຍັງສືບຕໍ່ລົງໂທດພວກເຈົ້າຢູ່.”