Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 5:11 - ພຣະຄຳພີສັກສິ

11 ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 5:11
23 Jak'a apnaqawi uñst'ayäwi  

ເມື່ອ​ຊັ່ງ​ເບິ່ງ​ແລ້ວ ຜູ້​ທີ່​ເກັບ​ເອົາ​ຫລາຍ​ກໍ​ບໍ່ໄດ້​ເຫຼືອ ແລະ​ຜູ້​ທີ່​ເກັບ​ເອົາ​ໜ້ອຍ​ກໍ​ບໍ່ໄດ້​ຂາດ. ທຸກຄົນ​ເກັບ​ເອົາ​ໄດ້​ພໍດີ​ກັບ​ທີ່​ຕົນ​ກິນ​ອີ່ມ.


ໜຶ່ງ​ໂອເມ​ເທົ່າ​ກັບ​ປະມານ​ສອງ​ລິດ ຫລື​ເທົ່າ​ກັບ​ໜຶ່ງສ່ວນສິບ​ຂອງ​ເອຟາ)


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ນົກ​ເປັນ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ແມ່ນ​ນົກເຂົາ​ຫລື​ນົກ​ກາງແກ.


ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ຖ້າ​ລາວ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ທີ່​ຈະ​ຫາ​ມາ​ໄດ້​ຕາມ​ທີ່​ກຳນົດ​ໄວ້ ເພື່ອ​ເປັນ​ການ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ ລາວ​ຈະ​ຕ້ອງ​ນຳ​ລູກແກະເຖິກ​ໂຕໜຶ່ງ​ມາ ເພື່ອ​ເປັນ​ເຄື່ອງ​ຖວາຍ​ໄຖ່​ຄວາມຜິດ ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ ເພື່ອ​ໄຖ່​ຄວາມຜິດ​ຂອງຕົນ. ນອກ​ນັ້ນ ລາວ​ຈະ​ຕ້ອງ​ນຳ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ກິໂລກຼາມ​ເທົ່ານັ້ນ ເພື່ອ​ເປັນ​ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ ແລະ​ນໍ້າມັນ​ໝາກກອກເທດ​ອີກ​ເຄິ່ງ​ລິດ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ບະບົນ​ໄວ້​ນັ້ນ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ຈ່າຍ​ຕາມ​ອັດຕາ​ກຳນົດ​ໄວ້​ໄດ້ ຕ້ອງ​ໃຫ້​ນຳ​ຜູ້ນັ້ນ​ໄປ​ຫາ​ປະໂຣຫິດ ເພື່ອ​ວ່າ​ເພິ່ນ​ຈະ​ວາງ​ອັດຕາ​ໃໝ່​ໃຫ້​ຕາມ​ຄວາມ​ສາມາດ​ທີ່​ລາວ​ຈະ​ຈ່າຍ​ໄດ້.


ລາວ​ຕ້ອງ​ນຳ​ແປ້ງເຂົ້າ​ມາ​ໃຫ້​ປະໂຣຫິດ ຜູ້​ທີ່​ຈະ​ກຳ​ເອົາ​ແປ້ງ​ເຕັມ​ກຳ ອັນ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ​ໄດ້​ຖວາຍ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ແປ້ງ​ກຳ​ນັ້ນ ເທິງ​ແທ່ນບູຊາ​ເປັນ​ພິທີ​ຖວາຍ​ອາຫານ.


ແລະ​ເພື່ອ​ເປັນ​ການ​ໄຖ່​ໂທດ​ສຳລັບ​ບາບ​ນັ້ນ ລາວ​ຕ້ອງ​ນຳ​ແກະແມ່​ຫລື​ແບ້​ແມ່​ໂຕໜຶ່ງ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ປະໂຣຫິດ​ຈະ​ເປັນ​ຜູ້​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ແລະ​ຊິດ​ເລືອດ​ບາງ​ສ່ວນ​ໃສ່​ຂ້າງ​ແທ່ນບູຊາ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ບີບ​ໃຫ້​ມັນ​ໄຫລ​ໃສ່​ຕີນ​ແທ່ນ. ອັນນີ້ ແມ່ນ​ພິທີ​ຖວາຍ​ລຶບລ້າງ​ບາບ.


ສຳລັບ​ການ​ສະຖາປະນາ​ປະໂຣຫິດ​ຜູ້​ທີ່​ຖືກ​ເຈີມ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ໃນ​ມື້​ທີ່​ລາວ​ໄດ້​ຮັບ​ສະຖາປະນາ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍ​ແປ້ງເຂົ້າ​ສອງ​ກິໂລກຼາມ​ແກ່​ພຣະເຈົ້າຢາເວ (ຈຳນວນ​ເທົ່າ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ປະຈຳ​ວັນ) ຄື: ເຄິ່ງ​ໜຶ່ງ​ໃນ​ຕອນເຊົ້າ​ແລະ​ອີກ​ເຄິ່ງ​ໜຶ່ງ​ໃນ​ຕອນແລງ.


ໃນ​ສອງ​ກໍລະນີ​ນີ້ ໃຫ້​ຜູ້​ເປັນ​ຜົວ​ພາ​ເມຍ​ຂອງຕົນ​ໄປ​ຫາ​ປະໂຣຫິດ. ລາວ​ຈະ​ຕ້ອງ​ນຳ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ໄປ​ຖວາຍ, ແຕ່​ລາວ​ຈະ​ບໍ່​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ແປ້ງ ຫລື​ໂຮຍ​ເຄື່ອງຫອມ​ລົງ​ເທິງ​ແປ້ງ​ນັ້ນ ເພາະ​ແມ່ນ​ການ​ຖວາຍ​ທີ່​ເກີດ​ຈາກ​ຄວາມ​ສົງໄສ ເພື່ອ​ຈະ​ນຳ​ຄວາມ​ຈິງໃຈ​ມາ​ສູ່​ຊຶ່ງກັນແລະກັນ.


ໂຢເຊັບ​ກັບ​ມາຣີ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ທີ່​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ເຊັ່ນກັນ ຄື​ນົກເຂົາ​ຄູ່​ໜຶ່ງ ຫລື​ນົກ​ກາງແກ​ໜຸ່ມ​ສອງ​ໂຕ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ທີ່​ຈິງ​ຕາມ​ກົດບັນຍັດ​ແລ້ວ ແມ່ນ​ເກືອບ​ທຸກໆ​ສິ່ງ​ຕ້ອງ​ຊຳລະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່ມີ​ເລືອດ​ໄຫລ​ອອກ​ແລ້ວ ການ​ໃຫ້​ອະໄພ​ບາບກຳ​ກໍ​ບໍ່ມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka