4 ເພິ່ນຈະຕ້ອງນຳງົວເຖິກໂຕນັ້ນໄປທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ໃຫ້ລາວວາງມືຂອງຕົນລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ໃນທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວ.
ແລະພວກເຂົາໄດ້ນຳແບ້ເຖິກສຳລັບເປັນເຄື່ອງບູຊາໄຖ່ບາບມາຕໍ່ໜ້າກະສັດ ແລະທີ່ຊຸມນຸມຊົນ; ແລ້ວພວກເຂົາໄດ້ວາງມືໃສ່ມັນ.
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ໃນບັ້ນປາຍຂອງເວລານັ້ນ ຜູ້ນຳທີ່ພຣະເຈົ້າໄດ້ເລືອກໄວ້ ຈະຖືກຂ້າຢ່າງບໍ່ຍຸດຕິທຳ. ເມືອງແລະພຣະວິຫານກໍຈະຖືກກອງທັບຂອງພວກເຈົ້ານາຍທີ່ມີອຳນາດຍິ່ງໃຫຍ່ຄົນໜຶ່ງບຸກຮຸກທຳລາຍ. ຄາວສິ້ນສຸດນີ້ຈະມາເໝືອນນໍ້າໄຫລຖ້ວມ ໂດຍນຳເອົາເສິກສົງຄາມ ແລະການທຳລາຍທີ່ພຣະເຈົ້າໄດ້ຈັດຕຽມໄວ້ນັ້ນມາ.
ເພິ່ນຈະວາງມືທັງສອງຂອງເພິ່ນລົງເທິງຫົວແບ້ ແລະສາລະພາບສິ່ງຊົ່ວຮ້າຍທຸກຢ່າງ, ການບາບນາໆຊະນິດ ແລະການທໍລະຍົດທຸກປະການຂອງປະຊາຊົນອິດສະຣາເອນ ແລະຢອງສິ່ງທັງໝົດນີ້ທີ່ເທິງຫົວຂອງແບ້ໂຕນັ້ນ. ຕໍ່ມາແບ້ໂຕນີ້ ກໍຈະຖືກນຳອອກໄປສູ່ຖິ່ນແຫ້ງແລ້ງກັນດານ ໂດຍຊາຍທີ່ໄດ້ຖືກເລືອກໄວ້.
ບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ຈະຕ້ອງເອົາມືວາງລົງເທິງຫົວງົວຕໍ່ໜ້າພຣະເຈົ້າຢາເວ ແລະຂ້າປາດຄໍຢູ່ຕໍ່ໜ້າພຣະເຈົ້າຢາເວ.
ລາວຈະຕ້ອງວາງມືລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເຜົາຖວາຍບູຊາດ້ວຍໄຟ.
ແລ້ວໂມເຊກໍໄດ້ນຳງົວເຖິກມາເພື່ອຖວາຍລຶບລ້າງບາບ. ອາໂຣນແລະພວກລູກຊາຍຂອງລາວໄດ້ພາກັນວາງມືລົງເທິງຫົວສັດ.
ແລ້ວໃຫ້ພວກເລວີວາງມືລົງເທິງຫົວງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງນັ້ນໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພື່ອເປັນພິທີຊຳລະພວກເລວີ.
ດ້ວຍວ່າ, ພຣະຄຣິດກໍເໝືອນກັນ ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມຜິດບາບ ຄືພຣະອົງຜູ້ຊອບທຳ ແທນຜູ້ບໍ່ຊອບທຳ ເພື່ອຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສຍ ແຕ່ຝ່າຍວິນຍານ ພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ.