32 ຖ້າຊາຍຄົນໜຶ່ງນຳແກະມາຖວາຍເປັນພິທີລຶບລ້າງບາບ ຕ້ອງໃຫ້ເປັນແກະແມ່ທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
ຈົ່ງໃຫ້ຄຳແນະນຳເຫຼົ່ານີ້ແກ່ຊຸມຊົນອິດສະຣາເອນທັງໝົດວ່າ: ໃນມື້ທີສິບຂອງເດືອນນີ້ໃຫ້ຊາຍທຸກຄົນໃນແຕ່ລະຄອບຄົວ ເລືອກເອົາລູກແກະຫລືລູກແບ້ເຖິກໂຕໜຶ່ງໄວ້.
ລູກແກະຫລືລູກແບ້ທີ່ຈະເລືອກເອົານັ້ນຈະຕ້ອງເປັນໂຕເຖິກອາຍຸໜຶ່ງປີ ແລະເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕຳໜິໃດໆທັງສິ້ນ.
ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ.
ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ.
ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນຳແບ້ແມ່ໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ.
ແລະເພື່ອເປັນການໄຖ່ໂທດສຳລັບບາບນັ້ນ ລາວຕ້ອງນຳແກະແມ່ຫລືແບ້ແມ່ໂຕໜຶ່ງ ມາຖວາຍແກ່ພຣະເຈົ້າຢາເວ. ປະໂຣຫິດຈະເປັນຜູ້ຖວາຍບູຊາເພື່ອລຶບລ້າງບາບຂອງລາວ.
ເທວະດາໄດ້ຕອບວ່າ, “ພຣະວິນຍານບໍຣິສຸດເຈົ້າຈະສະເດັດມາຢູ່ເທິງເຈົ້າ ແລະຣິດເດດຂອງພຣະເຈົ້າອົງສູງສຸດຈະປົກຄຸມເຈົ້າໄວ້. ດ້ວຍເຫດນີ້ ເດັກຜູ້ບໍຣິສຸດຈະເປັນທີ່ເອີ້ນວ່າພຣະບຸດຂອງພຣະເຈົ້າ.
ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ
ເມື່ອເພິ່ນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງຜ່ານໄປ ຈຶ່ງກ່າວວ່າ, “ຫັ້ນເດ ລູກແກະຂອງພຣະເຈົ້າ.”
ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະຫງ່າຣາສີ ບໍ່ມີຈຸດດ່າງພອຍ ຫລືຮອຍຫ່ຽວແຫ້ງ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳໜິ.
ພຣະມະຫາປະໂຣຫິດຢ່າງນີ້ແຫຼະ ທີ່ເໝາະສົມສຳລັບພວກເຮົາ ຄືເປັນຜູ້ບໍຣິສຸດປາສະຈາກຜິດ ຫລືສິ່ງຊົ່ວມົວໝອງ ແຍກຈາກຄົນບາບທັງປວງ ຊົງປະທັບຢູ່ເໜືອຟ້າສະຫວັນ.
ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣິດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າ ໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິດຈະການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່.
ພຣະອົງບໍ່ໄດ້ເຮັດບາບຈັກປະການ ແລະຄວາມຕົວະຈາກປາກຂອງພຣະອົງກໍບໍ່ມີ.
ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທຳ, ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ.
ດ້ວຍວ່າ, ພຣະຄຣິດກໍເໝືອນກັນ ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມຜິດບາບ ຄືພຣະອົງຜູ້ຊອບທຳ ແທນຜູ້ບໍ່ຊອບທຳ ເພື່ອຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສຍ ແຕ່ຝ່າຍວິນຍານ ພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ.
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ຢືນຢູ່ທ່າມກາງບັນລັງອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ຕົນແລະພວກອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າໄດ້ຖືກຂ້າແລ້ວ. ພຣະເມສານ້ອຍນັ້ນ ມີເຂົາເຈັດອັນ ມີຕາເຈັດໜ່ວຍ ຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ໃຫ້ອອກໄປທົ່ວແຜ່ນດິນໂລກ.