30 ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດສັດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອໃສ່ຕີນຂອງແທ່ນນັ້ນ.
ເຈົ້າຈົ່ງເອົາເລືອດງົວບາງສ່ວນແລະໃຊ້ມືຂອງເຈົ້າ ຈຸ່ມລົງໃນເລືອດທາໃສ່ຍອດແທ່ນ. ແລ້ວຈົ່ງຖອກສ່ວນທີ່ເຫຼືອໃສ່ພື້ນຂອງແທ່ນບູຊາ.
ເພາະເຫັນແກ່ຄວາມຊອບທຳຂອງພຣະອົງ ພຣະເຈົ້າຢາເວຊົງພໍພຣະໄທ ທີ່ຈະເຊີດຊູກົດບັນຍັດ ແລະເຮັດໃຫ້ກົດບັນຍັດນັ້ນມີກຽດ.
ເພິ່ນຈະຕ້ອງເອົາເລືອດບາງສ່ວນ ທາໃສ່ເຂົາທັງຫລາຍຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະຖອກເລືອດທີ່ເຫຼືອນັ້ນໃສ່ຕີນແທ່ນທີ່ໃຊ້ເຜົາບູຊາ. ແທ່ນນີ້ຢູ່ທາງປະຕູເຂົ້າຂອງຫໍເຕັນບ່ອນຊຸມນຸມ.
ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດນັ້ນ ແລະທາມັນໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ສ່ວນເລືອດທີ່ເຫຼືອ ໃຫ້ເພິ່ນຖອກໃສ່ຕີນແທ່ນນັ້ນ.
ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນນັ້ນ.
ແລ້ວເພິ່ນກໍຈະເອົາເລືອດບາງສ່ວນ ທາໃສ່ເຂົາຂອງແຈແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ. ສ່ວນເລືອດທີ່ເຫຼືອນັ້ນ ເພິ່ນຈະຖອກໃສ່ຕີນແທ່ນທີ່ໃຊ້ເຜົາຖວາຍບູຊາ ແທ່ນນີ້ຢູ່ໃກ້ປະຕູເຂົ້າຫໍເຕັນບ່ອນຊຸມນຸມ.
ແລະຊິດເລືອດບາງສ່ວນໃສ່ຂ້າງແທ່ນບູຊາ. ສ່ວນເລືອດທີ່ເຫຼືອນັ້ນ ບີບໃຫ້ມັນໄຫລໃສ່ຕີນແທ່ນ. ອັນນີ້ ແມ່ນພິທີຖວາຍລຶບລ້າງບາບ.
ໂມເຊໄດ້ຂ້າປາດຄໍງົວໂຕນັ້ນແລະເອົາເລືອດບາງສ່ວນມາ ແລະຈຸ່ມນິ້ວມືລົງໃນເລືອດແລະທາໃສ່ເຂົາຂອງແທ່ນທີ່ແຈແທ່ນບູຊາເພື່ອອຸທິດຖວາຍ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນແທ່ນ ເພື່ອຊຳລະໃຫ້ສັກສິດບໍຣິສຸດ ແລະອຸທິດຖວາຍແທ່ນບູຊານັ້ນ.
ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍຈຸ່ມນິ້ວມືລົງໃນເລືອດ ແລະເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນບູຊາ.
ດ້ວຍວ່າ, ພຣະຄຣິດໄດ້ເຮັດໃຫ້ກົດບັນຍັດຖືກຍົກເລີກ ເພື່ອວ່າຜູ້ທີ່ວາງໃຈເຊື່ອທຸກຄົນ ຈະໄດ້ເປັນຄົນຊອບທຳ.
ດ້ວຍວ່າ, ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະຫງ່າຣາສີນັ້ນ ກໍເປັນການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ໂດຍພຣະອົງ ແລະເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງຄວາມລອດພົ້ນໃຫ້ເຂົາເຫຼົ່ານັ້ນ ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ.