ລະບຽບ^ພວກເລວີ 4:3 - ພຣະຄຳພີສັກສິ3 ຖ້າປະໂຣຫິດຜູ້ໄດ້ຮັບການເຈີມເຮັດບາບ ແລະໄດ້ນຳຄວາມຜິດມາສູ່ປະຊາຊົນ; ເພື່ອລຶບລ້າງບາບຂອງຕົນ ເພິ່ນຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາຖວາຍແກ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ແລ້ວທຸກຄົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍໄດ້ນຳເອົາເຄື່ອງຖວາຍມາເຜົາບູຊາແກ່ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຖວາຍທັງໝົດມີ: ງົວເຖິກສິບສອງໂຕເປັນຕົວແທນແກ່ຊາວອິດສະຣາເອນ, ແກະເຖິກເກົ້າສິບຫົກໂຕ, ລູກແກະເຈັດສິບເຈັດໂຕ, ພວກເຂົາຍັງຖວາຍແບ້ອີກສິບສອງໂຕ ສັດທັງໝົດນີ້ ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງບູຊາໄຖ່ບາບສຳລັບພວກເຂົາເອງ.