Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 4:29 - ພຣະຄຳພີສັກສິ

29 ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 4:29
10 Jak'a apnaqawi uñst'ayäwi  

ເງິນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ຊຳລະຄືນ ແລະ​ໄດ້​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ລຶບລ້າງ​ບາບ​ນັ້ນ ບໍ່ແມ່ນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ເງິນ​ສ່ວນ​ນີ້​ເປັນ​ຂອງ​ພວກ​ປະໂຣຫິດ.


ແລະ​ພວກເຂົາ​ໄດ້​ນຳ​ແບ້ເຖິກ​ສຳລັບ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ມາ​ຕໍ່ໜ້າ​ກະສັດ ແລະ​ທີ່​ຊຸມນຸມຊົນ; ແລ້ວ​ພວກເຂົາ​ໄດ້​ວາງມື​ໃສ່​ມັນ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ສັດ​ນັ້ນ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ບັນດາ​ພວກ​ລູກຊາຍ​ຂອງ​ອາໂຣນ​ຊຶ່ງ​ເປັນ​ປະໂຣຫິດ ກໍ​ຈະ​ຖອກ​ເລືອດ​ສັດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອິດສະຣາເອນ ຈະ​ຕ້ອງ​ເອົາ​ມື​ວາງ​ລົງ​ເທິງ​ຫົວ​ງົວ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຂ້າປາດຄໍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ປາດ​ຄໍ​ສັດ​ນັ້ນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ຖວາຍ​ບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ດ້ວຍ​ໄຟ.


ເພິ່ນ​ຈະ​ຕ້ອງ​ນຳ​ງົວເຖິກ​ໂຕ​ນັ້ນ​ໄປ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ, ໃຫ້​ລາວ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ໃນ​ທີ່ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka