ລະບຽບ^ພວກເລວີ 4:27 - ພຣະຄຳພີສັກສິ27 ຖ້າຄົນສາມັນທຳມະດາຜູ້ໜຶ່ງເຮັດບາບ ແລະມີຄວາມຜິດໂດຍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ Uka jalj uñjjattʼäta |
ມັນແມ່ນໜ້າທີ່ຂອງລາວທີ່ຈະຈັດຫາສັດມາເຜົາຖວາຍບູຊາ ເອົາພືດຜົນເປັນເມັດ ແລະເຫຼົ້າອະງຸ່ນມາຖວາຍສຳລັບຊົນຊາດອິດສະຣາເອນທັງໝົດ ຍາມເທດສະການເດືອນຂຶ້ນໃໝ່, ໃນວັນຊະບາໂຕ ແລະໃນເທດສະການອື່ນໆ. ລາວຕ້ອງຈັດຫາເຄື່ອງບູຊາເພື່ອຖວາຍລຶບລ້າງບາບ, ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍບູຊາເຜົາທັງໝົດ ແລະເຄື່ອງຖວາຍເພື່ອຄວາມສາມັກຄີທຳ ມາຖວາຍເພື່ອເປັນການຍົກບາບແກ່ປະຊາຊົນອິດສະຣາເອນ.”