Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 4:26 - ພຣະຄຳພີສັກສິ

26 ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 4:26
22 Jak'a apnaqawi uñst'ayäwi  

ແລ້ວ​ບັນດາ​ປະໂຣຫິດ​ຈຶ່ງ​ໄດ້​ຂ້າ​ແບ້ ແລະ​ຖອກ​ເລືອດ​ໃສ່​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ທຸກຄົນ ເພາະ​ກະສັດ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ​ທັງໝົດ.


ມື້​ຕໍ່ມາ ໃຫ້​ເຈົ້າ​ເອົາ​ແບ້ເຖິກ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ບາບ. ຈົ່ງ​ຊຳລະ​ແທ່ນບູຊາ​ດ້ວຍ​ເລືອດ​ຂອງ​ມັນ ຕາມ​ວິທີ​ດຽວກັນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ງົວເຖິກ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ສ່ວນ​ນໍ້າມັນ​ທີ່​ເຫຼືອ​ຢູ່​ໃນ​ອົ້ງ​ມື​ນັ້ນ ເພິ່ນ​ຈະ​ຕ້ອງ​ຖອກ​ໃສ່​ເທິງ​ຫົວ​ຂອງ​ລາວ ຈາກ​ນັ້ນ ປະໂຣຫິດ​ຈຶ່ງ​ຈະ​ໄຖ່ໂທດ​ແທນ​ຜູ້ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຝ່າຍ​ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ຊາຍ​ຄົນ​ນັ້ນ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ລາວ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ ຍ້ອນ​ມີ​ສິ່ງ​ໄຫຼ​ອອກ​ນັ້ນ.


ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່​ແມ່ນ​ຢູ່​ໃນ​ເລືອດ; ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຖອກ​ເລືອດ​ທຸກ​ຊະນິດ​ໃສ່​ເທິງ​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ທຸກຢ່າງ​ຂອງ​ປະຊາຊົນ. ເລືອດ​ສາມາດ​ລຶບລ້າງ​ບາບ​ໄດ້ ເພາະ​ແມ່ນ​ຊີວິດ.


ແລະ​ໂດຍ​ແກະ​ນັ້ນ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ລຶບລ້າງ​ບາບ​ໂທດ​ຂອງ​ຜູ້ນັ້ນ ແລະ​ບາບ​ທີ່​ຜູ້ນັ້ນ​ໄດ້​ເຮັດ​ກໍ​ຈະ​ໄດ້​ຮັບ​ການ​ຍົກໂທດ​ໃຫ້.


ພວກ​ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ ເທິງ​ແທ່ນບູຊາ​ແລະ​ເຄື່ອງ​ຖວາຍ​ອື່ນໆ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ແລ້ວ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ກໍ​ຈະ​ເອົາ​ໄຂມັນ​ທັງໝົດ​ອອກ ໄປ​ເຜົາ​ເທິງ​ແທ່ນບູຊາ.


ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ລາວ​ກໍ​ຈະ​ເຜົາ​ນົກ​ໂຕ​ທີ​ສອງ​ຖວາຍບູຊາ​ຕາມ​ລະບຽບ​ການ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ. ສ່ວນ​ແປ້ງເຂົ້າ​ທີ່​ເຫຼືອ​ຈະ​ເປັນ​ຂອງ​ປະໂຣຫິດ ເໝືອນກັນ​ກັບ​ກໍລະນີ​ຖວາຍ​ພືດຜົນ​ເປັນເມັດ.


ລາວ​ຕ້ອງ​ຈ່າຍ​ສິ່ງ​ທີ່​ຍັງ​ຄ້າງ​ຢູ່​ນັ້ນ​ກ່ອນ ແລະ​ຈ່າຍ​ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຄ່າ​ທົດແທນ​ການ​ຫລົງ​ລືມ. ລາວ​ຈະ​ຕ້ອງ​ຈ່າຍ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ປະໂຣຫິດ ແລະ​ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ລາວ​ຕ້ອງ​ນຳ​ແກະ ຫລື​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ. ສ່ວນ​ລາຄາ​ສັດ​ນັ້ນ ໃຫ້​ຖື​ເອົາ​ຕາມ​ອັດຕາ​ທາງ​ການ​ຂອງ​ສຳນັກ​ນະມັດສະການ. ປະໂຣຫິດ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃຫ້​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ປະໂຣຫິດ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃຫ້​ຜູ້ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ສຳລັບ​ຊຸມຊົນ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການອະໄພ ເພາະ​ແມ່ນ​ຄວາມ​ຜິດພາດ​ທີ່​ໄດ້​ເກີດຂຶ້ນ​ໂດຍ​ບໍ່ຕັ້ງໃຈ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ.


ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ໃຫ້​ຜູ້ທີ່​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ໄດ້​ຮັບ​ການອະໄພ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka