25 ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດນັ້ນ ແລະທາມັນໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ສ່ວນເລືອດທີ່ເຫຼືອ ໃຫ້ເພິ່ນຖອກໃສ່ຕີນແທ່ນນັ້ນ.
ເຈົ້າຈົ່ງເອົາເລືອດງົວບາງສ່ວນແລະໃຊ້ມືຂອງເຈົ້າ ຈຸ່ມລົງໃນເລືອດທາໃສ່ຍອດແທ່ນ. ແລ້ວຈົ່ງຖອກສ່ວນທີ່ເຫຼືອໃສ່ພື້ນຂອງແທ່ນບູຊາ.
ທ່ານບໍ່ຮູ້ບໍສິ່ງທີ່ຄົນໄດ້ກໍ່ຕັ້ງແຕ່ດົນນານ? ບໍ່ໄດ້ຍິນບໍວ່າໂລກເຮົາໄດ້ຕັ້ງຕົ້ນຢ່າງໃດແທ້?
ເພິ່ນຕ້ອງອອກມາຂ້າງນອກທີ່ແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ເພື່ອເຜົາເຄື່ອງຖວາຍແລະຊຳລະແທ່ນນັ້ນໃຫ້ໝົດມົນທິນ. ເພິ່ນຈະເອົາເລືອດງົວເຖິກໜຸ່ມ ແລະເລືອດແບ້ບາງສ່ວນ ທາໃສ່ເຂົາທີ່ແຈຂອງແທ່ນບູຊາ.
ຊີວິດຂອງທຸກໆສິ່ງທີ່ເປັນຢູ່ແມ່ນຢູ່ໃນເລືອດ; ເພາະສະນັ້ນ ເຮົາຈຶ່ງໄດ້ສັ່ງໃຫ້ຖອກເລືອດທຸກຊະນິດໃສ່ເທິງແທ່ນບູຊາ ເພື່ອລຶບລ້າງການບາບທຸກຢ່າງຂອງປະຊາຊົນ. ເລືອດສາມາດລຶບລ້າງບາບໄດ້ ເພາະແມ່ນຊີວິດ.
ເພິ່ນຈະຕ້ອງເອົາເລືອດບາງສ່ວນ ທາໃສ່ເຂົາທັງຫລາຍຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະຖອກເລືອດທີ່ເຫຼືອນັ້ນໃສ່ຕີນແທ່ນທີ່ໃຊ້ເຜົາບູຊາ. ແທ່ນນີ້ຢູ່ທາງປະຕູເຂົ້າຂອງຫໍເຕັນບ່ອນຊຸມນຸມ.
ລາວຈະຕ້ອງວາງມືລົງເທິງຫົວສັດ ແລະປາດຄໍສັດນັ້ນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວ.
ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດສັດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອໃສ່ຕີນຂອງແທ່ນນັ້ນ.
ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນນັ້ນ.
ແລ້ວເພິ່ນກໍຈະເອົາເລືອດບາງສ່ວນ ທາໃສ່ເຂົາຂອງແຈແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ. ສ່ວນເລືອດທີ່ເຫຼືອນັ້ນ ເພິ່ນຈະຖອກໃສ່ຕີນແທ່ນທີ່ໃຊ້ເຜົາຖວາຍບູຊາ ແທ່ນນີ້ຢູ່ໃກ້ປະຕູເຂົ້າຫໍເຕັນບ່ອນຊຸມນຸມ.
ແລະຊິດເລືອດບາງສ່ວນໃສ່ຂ້າງແທ່ນບູຊາ. ສ່ວນເລືອດທີ່ເຫຼືອນັ້ນ ບີບໃຫ້ມັນໄຫລໃສ່ຕີນແທ່ນ. ອັນນີ້ ແມ່ນພິທີຖວາຍລຶບລ້າງບາບ.
ແລ້ວໂມເຊກໍເອົານໍ້າມັນເຈີມສັກສິດຫົດສົງຫໍເຕັນສັກສິດ ພ້ອມກັບທຸກໆສິ່ງທີ່ຢູ່ໃນນັ້ນ ແລະໃນທຳນອງນີ້ ເພິ່ນໄດ້ອຸທິດຖວາຍທຸກສິ່ງໃຫ້ເປັນອັນສັກສິດ.
ໂມເຊໄດ້ຂ້າປາດຄໍງົວໂຕນັ້ນແລະເອົາເລືອດບາງສ່ວນມາ ແລະຈຸ່ມນິ້ວມືລົງໃນເລືອດແລະທາໃສ່ເຂົາຂອງແທ່ນທີ່ແຈແທ່ນບູຊາເພື່ອອຸທິດຖວາຍ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນແທ່ນ ເພື່ອຊຳລະໃຫ້ສັກສິດບໍຣິສຸດ ແລະອຸທິດຖວາຍແທ່ນບູຊານັ້ນ.
ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍຈຸ່ມນິ້ວມືລົງໃນເລືອດ ແລະເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນບູຊາ.
ດ້ວຍວ່າ, ພຣະຄຣິດໄດ້ເຮັດໃຫ້ກົດບັນຍັດຖືກຍົກເລີກ ເພື່ອວ່າຜູ້ທີ່ວາງໃຈເຊື່ອທຸກຄົນ ຈະໄດ້ເປັນຄົນຊອບທຳ.
ດ້ວຍວ່າ, ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະຫງ່າຣາສີນັ້ນ ກໍເປັນການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ໂດຍພຣະອົງ ແລະເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງຄວາມລອດພົ້ນໃຫ້ເຂົາເຫຼົ່ານັ້ນ ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ.
ທີ່ຈິງຕາມກົດບັນຍັດແລ້ວ ແມ່ນເກືອບທຸກໆສິ່ງຕ້ອງຊຳລະດ້ວຍເລືອດ ແລະຖ້າບໍ່ມີເລືອດໄຫລອອກແລ້ວ ການໃຫ້ອະໄພບາບກຳກໍບໍ່ມີ.