Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 4:22 - ພຣະຄຳພີສັກສິ

22 ຖ້າ​ຜູ້ປົກຄອງ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 4:22
15 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ຈົ່ງ​ຫລີກເວັ້ນ​ຄຳເວົ້າ​ທີ່​ນຳ​ເຈົ້າ​ໄປ​ສູ່​ການບາບ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ໄປ​ເວົ້າ​ກັບ​ປະໂຣຫິດ​ຂອງ​ພຣະເຈົ້າ​ວ່າ ເຈົ້າ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ. ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ເຈົ້າ? ເປັນຫຍັງ​ຈຶ່ງ​ປ່ອຍ​ໃຫ້​ພຣະອົງ​ທຳລາຍ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ?


ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ລະບຽບ​ການ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ເຮັດ​ບາບ ແລະ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໂດຍ​ບໍ່ຕັ້ງໃຈ ຕ້ອງ​ໃຫ້​ຜູ້ນັ້ນ​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້:


ຖ້າ​ຄົນ​ສາມັນ​ທຳມະດາ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກະທຳ​ບາບ​ໂດຍ​ບໍ່ຕັ້ງໃຈ ຄື​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ ລາວ​ມີ​ຄວາມຜິດ​ແລະ​ຕ້ອງ​ຮັບ​ໂທດ.


ແຕ່​ເມື່ອ​ມີ​ຜູ້ໜຶ່ງ​ບໍ່ໄດ້​ປະຕິບັດ ໂດຍ​ບໍ່ຕັ້ງໃຈ​ຕາມ​ກົດບັນຍັດ​ເຫຼົ່ານັ້ນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ.


ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ໄດ້​ຮ່ວມ​ມື​ກັບ​ລາວ​ໂດຍ​ມີ​ຜູ້ນຳ 250 ຄົນ ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຊຸມນຸມ​ເປັນ​ຜູ້​ສະໜັບ​ສະໜູນ.


ໂມເຊ, ເອເລອາຊາ ແລະ​ພວກ​ຜູ້ນຳ​ອື່ນໆ​ຂອງ​ຊຸມຊົນ​ທັງໝົດ ໄດ້​ອອກ​ຈາກ​ຄ້າຍພັກ​ມາ​ຕ້ອນຮັບ​ກອງທັບ​ທີ່​ກັບ​ມາ.


ພວກເຂົາ​ຈຶ່ງ​ມາ​ຫາ​ໂມເຊ ປະໂຣຫິດ​ເອເລອາຊາ ແລະ​ບັນດາ​ຜູ້ນຳ​ຄົນອື່ນໆ​ຂອງ​ຊຸມຊົນ​ອິດສະຣາເອນ ແລະ​ກ່າວ​ວ່າ,


ໃຫ້​ພວກເຈົ້າ​ເລືອກ​ເອົາ​ເມືອງ​ລີ້ໄພ ເພື່ອ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ຫລົບລີ້​ຢູ່​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka