Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 4:21 - ພຣະຄຳພີສັກສິ

21 ຕໍ່ມາ ເພິ່ນ​ຈະ​ເອົາ​ງົວ​ທີ່​ໄດ້​ຄົວ​ແລ້ວ​ທັງ​ໂຕ​ນັ້ນ ຫາມ​ອອກ​ໄປ​ເຜົາ​ນອກ​ຄ້າຍ ເໝືອນ​ດັ່ງ​ເຜົາ​ງົວ​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ. ອັນ​ນີ້​ແມ່ນ​ການ​ຖວາຍ ເພື່ອ​ລຶບລ້າງ​ບາບ​ຂອງ​ຊຸມຊົນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 4:21
18 Jak'a apnaqawi uñst'ayäwi  

ແລ້ວ​ທຸກຄົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກໍໄດ້​ນຳ​ເອົາ​ເຄື່ອງຖວາຍ​ມາ​ເຜົາບູຊາ​ແກ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຖວາຍ​ທັງໝົດ​ມີ: ງົວເຖິກ​ສິບສອງ​ໂຕ​ເປັນ​ຕົວແທນ​ແກ່​ຊາວ​ອິດສະຣາເອນ, ແກະເຖິກ​ເກົ້າສິບຫົກ​ໂຕ, ລູກແກະ​ເຈັດສິບເຈັດ​ໂຕ, ພວກເຂົາ​ຍັງ​ຖວາຍ​ແບ້​ອີກ​ສິບສອງ​ໂຕ ສັດ​ທັງໝົດ​ນີ້ ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ສຳລັບ​ພວກເຂົາ​ເອງ.


ສ່ວນ​ຊີ້ນ, ໜັງ ແລະ​ໄສ້​ພຸງ​ໃຫ້​ເຜົາ​ຢູ່​ນອກ​ຄ້າຍ. ອັນ​ນີ້​ແມ່ນ​ການ​ຖວາຍບູຊາ ເພື່ອ​ລຶບລ້າງ​ບາບ​ຂອງ​ພວກ​ປະໂຣຫິດ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ນັ້ນ ເຈົ້າ​ຊາຍ​ຜູ້ປົກຄອງ​ຈະ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ຂອງ​ປະຊາຊົນ​ທຸກໆຄົນ.


ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.


ເພິ່ນ​ຈະ​ວາງ​ມື​ທັງສອງ​ຂອງ​ເພິ່ນ​ລົງ​ເທິງ​ຫົວ​ແບ້ ແລະ​ສາລະພາບ​ສິ່ງ​ຊົ່ວຮ້າຍ​ທຸກຢ່າງ, ການບາບ​ນາໆ​ຊະນິດ ແລະ​ການ​ທໍລະຍົດ​ທຸກປະການ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຢອງ​ສິ່ງ​ທັງໝົດ​ນີ້​ທີ່​ເທິງ​ຫົວ​ຂອງ​ແບ້​ໂຕ​ນັ້ນ. ຕໍ່ມາ​ແບ້​ໂຕ​ນີ້ ກໍ​ຈະ​ຖືກ​ນຳ​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຊາຍ​ທີ່​ໄດ້​ຖືກ​ເລືອກ​ໄວ້.


ສ່ວນ​ງົວເຖິກ​ກັບ​ແບ້ເຖິກ​ນັ້ນ​ແມ່ນ​ຂ້າ​ຖວາຍ​ລຶບລ້າງ​ບາບ ໂດຍ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ເພື່ອ​ການ​ຍົກ​ບາບ ຈະ​ຕ້ອງ​ຖືກ​ນຳ​ອອກ​ໄປ​ເຜົາ​ຂ້າງ​ນອກ​ພ້ອມ​ທັງ​ໜັງ, ຊີ້ນ ແລະ​ເຄື່ອງໃນ​ໄສ້​ພຸງ.


ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ລະບຽບ​ການ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ຕໍ່ມາ ປະໂຣຫິດ​ຈະ​ປ່ຽນ​ຖ່າຍ​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຂີ້ເຖົ່າ​ໄປ​ຖິ້ມ​ນອກ​ຄ້າຍ ໃນ​ບ່ອນ​ເຮັດ​ຄວາມ​ສະອາດ.


ຢ່າ​ໄດ້​ກິນ​ພືດຜົນ​ເປັນເມັດ​ສ່ວນ​ໃດ​ສ່ວນ​ໜຶ່ງ ທີ່​ປະໂຣຫິດ​ໄດ້​ເຮັດ​ຖວາຍ​ນັ້ນ; ໃຫ້​ເຜົາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ.


ແລ້ວ​ເພິ່ນ​ກໍ​ເອົາ​ສ່ວນ​ທີ່​ເຫຼືອ​ຂອງ​ງົວເຖິກ​ໂຕ​ນັ້ນ​ເຊັ່ນ: ໜັງ, ຊີ້ນ, ແລະ​ເຄື່ອງໃນ​ໄສ້​ພຸງ​ໄປ​ເຜົາ​ທີ່​ນອກ​ຄ້າຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.


ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ມະຫາ​ປະໂຣຫິດ​ໄດ້​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ເພື່ອ​ເປັນ​ການ​ຖວາຍບູຊາ​ລຶບລ້າງ​ບາບ, ແຕ່​ໂຕ​ສັດ​ນັ້ນ ເພິ່ນ​ໄດ້​ນຳ​ອອກ​ໄປ​ເຜົາ​ນອກ​ຄ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka