Biblia Todo Logo
Internet tuqin Biblia
- Anuncios ukanaka -




ລະບຽບ^ພວກເລວີ 4:2 - ພຣະຄຳພີສັກສິ

2 ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ເຮັດ​ບາບ ແລະ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໂດຍ​ບໍ່ຕັ້ງໃຈ ຕ້ອງ​ໃຫ້​ຜູ້ນັ້ນ​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້:

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 4:2
18 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ອາບີເມເຫຼັກ​ກໍ​ເອີ້ນ​ອັບຣາຮາມ​ມາ ແລະ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນີ້​ກັບ​ເຮົາ? ເຮົາ​ເຮັດ​ຜິດ​ຫຍັງ​ຕໍ່​ເຈົ້າ ເຈົ້າ​ຈຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ແບບ​ນີ້​ມາ​ສູ່​ເຮົາ ແລະ​ອານາຈັກ​ຂອງເຮົາ? ບໍ່ມີ​ຜູ້ໃດ​ເຄີຍ​ເຮັດ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນີ້​ກັບ​ເຮົາ​ຈັກເທື່ອ.


ແຕ່​ບໍ່ມີ​ຜູ້ໃດ​ເຫັນ​ໄດ້​ເຖິງ​ຄວາມ​ຜິດພາດ​ຂອງ​ຕົນເອງ ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມຜິດ​ທີ່​ປິດບັງ​ໄວ້​ດ້ວຍ


ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ຈົ່ງ​ຫລີກເວັ້ນ​ຄຳເວົ້າ​ທີ່​ນຳ​ເຈົ້າ​ໄປ​ສູ່​ການບາບ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ໄປ​ເວົ້າ​ກັບ​ປະໂຣຫິດ​ຂອງ​ພຣະເຈົ້າ​ວ່າ ເຈົ້າ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ. ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ເຈົ້າ? ເປັນຫຍັງ​ຈຶ່ງ​ປ່ອຍ​ໃຫ້​ພຣະອົງ​ທຳລາຍ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ?


ຖ້າ​ບຸກຄົນ​ໃດ​ທີ່​ບໍ່ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໂດຍ​ບໍ່ໄດ້​ຕັ້ງໃຈ ລາວ​ຕ້ອງ​ຈ່າຍ​ເງິນ​ຄືນ​ໃຫ້​ປະໂຣຫິດ ເຕັມ​ລາຄາ​ພ້ອມ​ກັບ​ເພີ່ມ​ອີກ​ຊາວ​ເປີເຊັນ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ


ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ລະບຽບ​ການ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ຖ້າ​ຜູ້ປົກຄອງ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ຖ້າ​ຄົນ​ສາມັນ​ທຳມະດາ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ໃຫ້​ພວກເຈົ້າ​ເລືອກ​ເອົາ​ເມືອງ​ລີ້ໄພ ເພື່ອ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ຫລົບລີ້​ຢູ່​ໄດ້.


ຖ້າ​ຄົນ​ໃດ​ຂ້າ​ຄົນ​ໜຶ່ງ​ໂດຍ​ບໍ່​ເຈດຕະນາ​ທີ່​ບໍ່ໄດ້​ເປັນ​ສັດຕູ​ຂອງຕົນ ລາວ​ກໍ​ໜີໄປ​ຫລົບລີ້​ຢູ່​ໃນ​ເມືອງ​ເຫຼົ່ານີ້​ໄດ້​ຢ່າງ​ປອດໄພ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ເພິ່ນ​ສາມາດ​ປະຕິບັດ​ຢ່າງ​ອ່ອນໂຍນ​ຕໍ່​ຄົນ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ຄົນ​ຫລົງ​ຜິດ​ໄດ້ ເພາະ​ເພິ່ນ​ເອງ​ກໍ​ມີ​ຄວາມ​ອ່ອນແອ​ເໝືອນກັນ.


ສ່ວນ​ຫ້ອງ​ຊັ້ນ​ໃນ​ນັ້ນ ມີ​ແຕ່​ມະຫາ​ປະໂຣຫິດ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ໄດ້ ແລະ​ເພິ່ນ​ເຂົ້າ​ໄປ​ໄດ້​ປີ​ລະ​ເທື່ອ​ເທົ່ານັ້ນ. ເພິ່ນ​ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ແກ່​ພຣະເຈົ້າ​ສຳລັບ​ຕົນເອງ ແລະ​ເພື່ອ​ຄວາມຜິດ​ໂດຍ​ບໍ່​ເຈດຕະນາ​ຂອງ​ປະຊາຊົນ.


ຄຳ​ສັນລະເສີນ​ແລະ​ຄຳ​ປ້ອຍດ່າ ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວກັນ. ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ບໍ່ຄວນ​ໃຫ້​ເປັນ​ຢ່າງ​ນີ້​ເລີຍ.


ແຕ່​ໂຢນາທານ​ບໍ່ໄດ້ຍິນ​ຄຳສາບແຊ່ງ​ທີ່​ພໍ່​ຂອງຕົນ​ໃຊ້​ຂູ່ຂວັນ​ປະຊາຊົນ; ດັ່ງນັ້ນ ລາວ​ຈຶ່ງ​ເອົາ​ໄມ້ເທົ້າ​ແທງ​ຮັງ​ເຜິ້ງ ແລະ​ເອົາ​ນໍ້າເຜິ້ງ​ມາ​ກິນ. ໃນ​ທັນໃດນັ້ນ ເພິ່ນ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka