Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 4:13 - ພຣະຄຳພີສັກສິ

13 ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ລະບຽບ​ການ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 4:13
17 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ສັນຍາ​ວ່າ​ຈະ​ຢ່າຮ້າງ​ເມຍ ແລະ​ໄດ້​ຖວາຍ​ແກະເຖິກ​ໂຕໜຶ່ງ​ເປັນ​ເຄື່ອງ​ບູຊາ ເພື່ອ​ລົບລ້າງ​ບາບ​ຂອງ​ພວກຕົນ.


ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ນັ້ນ ເຈົ້າ​ຊາຍ​ຜູ້ປົກຄອງ​ຈະ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ ເປັນ​ເຄື່ອງ​ບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ຂອງ​ປະຊາຊົນ​ທຸກໆຄົນ.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.


ຕໍ່ມາ ເພິ່ນ​ຈະ​ເອົາ​ງົວ​ທີ່​ໄດ້​ຄົວ​ແລ້ວ​ທັງ​ໂຕ​ນັ້ນ ຫາມ​ອອກ​ໄປ​ເຜົາ​ນອກ​ຄ້າຍ ເໝືອນ​ດັ່ງ​ເຜົາ​ງົວ​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ. ອັນ​ນີ້​ແມ່ນ​ການ​ຖວາຍ ເພື່ອ​ລຶບລ້າງ​ບາບ​ຂອງ​ຊຸມຊົນ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກະທຳ​ບາບ​ໂດຍ​ບໍ່ຕັ້ງໃຈ ຄື​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ ລາວ​ມີ​ຄວາມຜິດ​ແລະ​ຕ້ອງ​ຮັບ​ໂທດ.


ເມື່ອ​ຊາຍ​ຄົນ​ໜຶ່ງ​ໄດ້​ເຮັດ​ບາບ ບໍ່​ວ່າ​ກໍລະນີ​ໃດໆ​ທີ່​ໄດ້​ກ່າວ​ມາ​ນີ້ ລາວ​ຕ້ອງ​ຈ່າຍ​ຄ່າ​ຊົດໃຊ້​ແທນຄືນ​ທຸກສິ່ງ​ທີ່​ຕົນ​ໄດ້​ມາ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ນັ້ນ. ລາວ​ຕ້ອງ​ຈ່າຍ​ແທນຄືນ​ໃຫ້​ເຈົ້າຂອງ​ເຕັມ​ຈຳນວນ ໃນ​ມື້​ທີ່​ເຫັນ​ວ່າ​ຕົນ​ເປັນ​ຜູ້​ຜິດ​ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.


ແຕ່​ເມື່ອ​ມີ​ຜູ້ໜຶ່ງ​ບໍ່ໄດ້​ປະຕິບັດ ໂດຍ​ບໍ່ຕັ້ງໃຈ​ຕາມ​ກົດບັນຍັດ​ເຫຼົ່ານັ້ນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ.


ເຫດສະນັ້ນ ຖ້າ​ຜູ້ໃດ​ກິນ​ເຂົ້າຈີ່ ຫລື​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ບໍ່​ສົມຄວນ ຜູ້ນັ້ນ​ກໍ​ຜິດ​ຕໍ່​ພຣະກາຍ ແລະ​ຕໍ່​ພຣະ​ໂລຫິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka