ລະບຽບ^ພວກເລວີ 3:9 - ພຣະຄຳພີສັກສິ9 ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຕາມພິທີຖວາຍອາຫານຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ Uka jalj uñjjattʼäta |
ກະສັດໂຊໂລໂມນຮູ້ເມື່ອຂຶ້ນແລະຮູ້ຈັກແຈ້ງວ່າ, ພຣະເຈົ້າໄດ້ກ່າວແກ່ຕົນທາງຄວາມຝັນ. ແລ້ວເພິ່ນກໍກັບຄືນມາທີ່ນະຄອນເຢຣູຊາເລັມ ແລະໄປຢືນຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເພື່ອຄວາມສາມັກຄີທຳ. ຫລັງຈາກນັ້ນ ເພິ່ນກໍໄດ້ຈັດງານກິນລ້ຽງສຳລັບພວກຂ້າຣາຊການທຸກຄົນຂອງເພິ່ນ.
ໃນວັນດຽວກັນນັ້ນ ເພິ່ນຍັງໄດ້ຖວາຍສ່ວນທາງກາງເດີ່ນຫຍ້າ ຄືເຂດທາງໜ້າພຣະວິຫານຂອງພຣະເຈົ້າຢາເວ ແລ້ວໃນທີ່ນັ້ນເພິ່ນໄດ້ເຜົາສັດທັງໂຕຖວາຍບູຊາ, ຖວາຍພືດຜົນເປັນເມັດ ແລະຖວາຍໄຂມັນຂອງສັດ ໃຫ້ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ. ເພິ່ນໄດ້ເຮັດດັ່ງນີ້ກໍເພາະແທ່ນບູຊາທອງສຳຣິດນ້ອຍໂພດສຳລັບເຄື່ອງຖວາຍເຫຼົ່ານີ້ທັງໝົດຕໍ່ໜ້າພຣະເຈົ້າຢາເວ.