8 ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວແກະ ແລະຂ້າປາດຄໍສັດນັ້ນທີ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ບັນດາປະໂຣຫິດຈະຕ້ອງຖອກເລືອດແກະນັ້ນໃສ່ຂ້າງທັງສີ່ຂອງແທ່ນບູຊາ
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ລາວຈະຕ້ອງຂ້າປາດຄໍສັດນັ້ນທາງດ້ານເໜືອຂອງແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ແລະບັນດາພວກລູກຊາຍຂອງອາໂຣນຊຶ່ງເປັນປະໂຣຫິດ ກໍຈະຖອກເລືອດສັດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ.
ຜູ້ນຳສັດມາຖວາຍນັ້ນຈະຕ້ອງວາງມືລົງເທິງຫົວສັດ ແລະພຣະອົງພໍໃຈຮັບເອົາສັດນັ້ນ ເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງລາວ.
ລາວຈະຕ້ອງຂ້າປາດຄໍງົວເຖິກຢູ່ທີ່ນັ້ນ ແລະປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະຖວາຍເລືອດສັດນັ້ນ ແລ້ວຖອກເລືອດໃສ່ທັງສີ່ຂ້າງຂອງແທ່ນບູຊາ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວຂອງມັນ ແລະຂ້າປາດຄໍແບ້ນັ້ນຢູ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ພວກປະໂຣຫິດຈະຕ້ອງຖອກເລືອດແບ້ນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ
ບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ຈະຕ້ອງເອົາມືວາງລົງເທິງຫົວງົວຕໍ່ໜ້າພຣະເຈົ້າຢາເວ ແລະຂ້າປາດຄໍຢູ່ຕໍ່ໜ້າພຣະເຈົ້າຢາເວ.
ລາວຈະຕ້ອງວາງມືລົງເທິງຫົວສັດ ແລະປາດຄໍສັດນັ້ນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວ.
ເພິ່ນຈະຕ້ອງນຳງົວເຖິກໂຕນັ້ນໄປທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ໃຫ້ລາວວາງມືຂອງຕົນລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ໃນທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວ.
ແລ້ວກໍມີສຽງໜຶ່ງດັງມາຈາກທ້ອງຟ້າວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ ເຮົາພໍໃຈນຳເພິ່ນຫລາຍ.”
ເພາະໂດຍທາງພຣະຄຣິດ ພຣະເຈົ້າໄດ້ເຮັດໃຫ້ຄົນທຸກຊາດຄືນດີກັບພຣະອົງ ພຣະເຈົ້າບໍ່ໄດ້ຖືໂທດຕໍ່ການບາບຂອງພວກເຂົາ ແລະພຣະອົງໄດ້ຊົງມອບຂ່າວເລື່ອງການຄືນດີໄວ້ຢູ່ໃນຄວາມຮັບຜິດຊອບຂອງພວກເຮົາ.
ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.
ໂດຍທາງພຣະອົງນີ້ແຫຼະ ທີ່ພວກເຮົາທັງສອງພວກສາມາດເຂົ້າມາເຝົ້າພຣະບິດາເຈົ້າ ໂດຍພຣະວິນຍານອົງດຽວກັນ.
ໃນພຣະອົງແລະໂດຍທາງຄວາມເຊື່ອທີ່ພວກເຮົາມີໃນພຣະອົງນັ້ນ ພວກເຮົາຈຶ່ງມີໃຈກ້າທີ່ຈະເຂົ້າເຝົ້າພຣະອົງ ດ້ວຍຄວາມໝັ້ນໃຈຢ່າງເຕັມລົ້ນ.
ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທຳ, ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ.