Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 3:6 - ພຣະຄຳພີສັກສິ

6 ຖ້າ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ​ນັ້ນ ເປັນ​ແກະ​ຫລື​ແບ້ ຈະ​ເປັນ​ໂຕ​ເຖິກ​ຫລື​ໂຕ​ແມ່​ກໍດີ ຕ້ອງ​ໃຫ້​ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 3:6
16 Jak'a apnaqawi uñst'ayäwi  

ຝູງແກະ​ທັງໝົດ​ຂອງ​ເນບາໂຢດ​ແລະ​ເກດາ ຈະ​ຖືກ​ນຳ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ເຈົ້າ ແລະ​ຖວາຍ​ທີ່​ເທິງ​ແທ່ນ​ບູຊາ ພຣະອົງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ພຣະອົງ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ໃຫ້​ໄປ​ບອກ​ຊາວ​ອິດສະຣາເອນ ປະຕິບັດ​ຕາມ​ລະບຽບການ​ດັ່ງ​ຕໍ່ໄປນີ້: ເມື່ອ​ພວກເຂົາ​ມີ​ການ​ຖວາຍບູຊາ. ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຕ້ອງການ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອາດ​ຈະ​ເປັນ​ງົວ ຫລື​ແກະ ຫລື​ແບ້​ກໍຕາມ.


ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ຈົ່ງ​ປະຕິບັດ​ຕາມ​ລະບຽບການ​ທີ່​ເຮົາ​ໄດ້​ມອບ​ໃຫ້; ແລ້ວ​ເຮົາ​ກໍ​ຈະ​ຮັບ​ການ​ຖວາຍ​ນັ້ນ.


ຢ່າ​ເອົາ​ສັດ​ມີ​ຕຳໜິ​ມາ​ຖວາຍ ເພາະວ່າ​ຈະ​ບໍ່​ເປັນ​ທີ່​ຖືກ​ຍອມຮັບ​ໄດ້.


ເຊັ່ນດຽວ​ກັນ ຈົ່ງ​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ​ເພື່ອ​ຄວາມ​ສາມັກຄີທຳ.


ແລະ​ຖວາຍ​ສັດ​ສາມ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ ໃຫ້​ແກ່​ພຣະເຈົ້າຢາເວ​ດັ່ງນີ້: ແກະເຖິກ​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ເຜົາບູຊາ, ແກະ​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ຄວາມ​ສາມັກຄີທຳ.


ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,


ປະສົງ​ວ່າ ເມື່ອ​ເວລາ​ກຳນົດ​ຄົບ​ບໍຣິບູນ​ແລ້ວ ພຣະອົງ​ຈະ​ຊົງ​ຮວບຮວມ​ສິ່ງສາລະພັດ ທັງ​ມີ​ຢູ່​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka