Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 3:5 - ພຣະຄຳພີສັກສິ

5 ພວກ​ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ ເທິງ​ແທ່ນບູຊາ​ແລະ​ເຄື່ອງ​ຖວາຍ​ອື່ນໆ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 3:5
24 Jak'a apnaqawi uñst'ayäwi  

ໃນ​ວັນ​ດຽວກັນ​ນັ້ນ ເພິ່ນ​ຍັງ​ໄດ້​ຖວາຍ​ສ່ວນ​ທາງ​ກາງ​ເດີ່ນ​ຫຍ້າ ຄື​ເຂດ​ທາງ​ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລ້ວ​ໃນ​ທີ່ນັ້ນ​ເພິ່ນ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ, ຖວາຍ​ພືດຜົນ​ເປັນເມັດ ແລະ​ຖວາຍ​ໄຂມັນ​ຂອງ​ສັດ ໃຫ້​ເປັນ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ເຮັດ​ດັ່ງນີ້​ກໍ​ເພາະ​ແທ່ນບູຊາ​ທອງສຳຣິດ​ນ້ອຍ​ໂພດ​ສຳລັບ​ເຄື່ອງ​ຖວາຍ​ເຫຼົ່ານີ້​ທັງໝົດ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຫລັງຈາກ​ຢາຍ​ແລ້ວ ຊາວ​ເລວີ​ກໍໄດ້​ຈັດຕຽມ​ຊີ້ນ​ສຳລັບ​ຕົນ ແລະ​ສຳລັບ​ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ຈາກ​ອາໂຣນ. ສຳລັບ​ພວກ​ປະໂຣຫິດ​ແລ້ວ ພວກເຂົາ​ຫຍຸ້ງ​ຢູ່​ກັບ​ວຽກ​ນີ້​ຈົນຮອດ​ກາງຄືນ ໂດຍ​ເຜົາ​ສັດ​ທັງ​ໂຕ ແລະ​ໄຂມັນ​ເປັນ​ເຄື່ອງ​ບູຊາ.


ຕໍ່ໄປ ເຈົ້າ​ຈົ່ງ​ເອົາ​ເຄື່ອງ​ໃນ​ໄຂມັນ, ໜັງບາງໆ​ຫຸ້ມຫໍ່ຕັບ, ແລະ​ໝາກໄຂ່ຫຼັງ​ທັງສອງ​ໜ່ວຍ​ພ້ອມ​ໄຂມັນ​ທີ່​ຕິດ​ຢູ່​ນັ້ນ ເຜົາ​ເທິງ​ແທ່ນບູຊາ​ຖວາຍ​ແກ່​ເຮົາ.


“ແຕ່​ພວກ​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ ໄດ້​ສືບຕໍ່​ຮັບໃຊ້​ເຮົາ​ໃນ​ພຣະວິຫານ​ຢ່າງ​ສັດຊື່ ໃນ​ເມື່ອ​ປະຊາຊົນ​ອື່ນໆ​ໄດ້​ຫັນໜ້າ​ໜີໄປ​ຈາກ​ເຮົາ. ສະນັ້ນ ຕໍ່ໄປນີ້​ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ມາ​ຊ້ອງໜ້າ​ເຮົາ ເພື່ອ​ຖວາຍ​ໄຂມັນ ແລະ​ເລືອດ​ເປັນ​ເຄື່ອງ​ບູຊາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ໂດຍ​ຍອມ​ໃຫ້​ຊາວ​ຕ່າງດ້າວ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຄື​ປະຊາຊົນ​ທີ່​ບໍ່​ເຊື່ອຟັງ​ເຮົາ​ນັ້ນ ເຂົ້າ​ໄປ​ໃນ​ພຣະວິຫານ​ເມື່ອ​ພວກເຂົາ​ກຳລັງ​ຖວາຍ​ໄຂມັນ ແລະ​ເລືອດ​ໃຫ້​ແກ່​ເຮົາ. ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທັງໝົດ​ເຫຼົ່ານັ້ນ.


ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ພື​ປີກ​ຈີກ​ທ້ອງ​ນົກ​ອອກ ໂດຍ​ບໍ່​ໃຫ້​ປີກ​ຂາດ​ອອກ​ຈາກ​ໂຕ ແລະ​ໃຫ້​ປະໂຣຫິດ​ເຜົາ​ນົກ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.


ໝາກໄຂ່ຫລັງ​ສອງ​ໜ່ວຍ​ກັບ​ໄຂມັນ​ທີ່​ຕິດ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ໄຟ​ທີ່​ເທິງ​ແທ່ນບູຊາ​ນັ້ນ ຕ້ອງ​ດັງ​ໃຫ້​ລຸກ​ຢູ່​ສະເໝີ ແລະ​ຢ່າ​ໃຫ້​ມອດ. ທຸກໆ​ເຊົ້າ​ໃດ ປະໂຣຫິດ​ຈະ​ຕ້ອງ​ກອງ​ຟືນ​ຂຶ້ນ​ເທິງ​ແທ່ນ ຕຽມ​ເຄື່ອງ​ບູຊາ ແລະ​ເຜົາ​ໄຂມັນ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ຕໍ່ໄປນີ້


ເພິ່ນ​ໄດ້​ຖວາຍ​ພືດຜົນ​ເປັນເມັດ ໂດຍ​ໄດ້​ເອົາ​ແປ້ງ​ກຳ​ໜຶ່ງ​ເຜົາ​ທີ່​ເທິງ​ແທ່ນບູຊາ. (ຊຶ່ງ​ເປັນ​ການ​ຖວາຍ​ຕື່ມ​ໃສ່​ການ​ຖວາຍບູຊາ​ດ້ວຍ​ໄຟ​ໃນ​ຕອນເຊົ້າ).


ເມື່ອ​ຖວາຍ​ງົວເຖິກ​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍ​ບູຊາ​ທີ່​ສືບ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ກໍດີ


ແຕ່​ລູກຫົວປີ​ຂອງ​ງົວ, ແກະ ແລະ​ແບ້​ໄຖ່ຄືນ​ໄວ້​ບໍ່ໄດ້; ສັດ​ເຫຼົ່ານີ້​ເປັນ​ຂອງເຮົາ​ຢ່າງ​ສົມບູນ ແລະ​ໃຫ້​ພວກເຈົ້າ​ຂ້າ​ຖວາຍບູຊາ​ແກ່​ເຮົາ. ຈົ່ງ​ຖອກ​ເລືອດ​ໃສ່​ແທ່ນບູຊາ ແລະ​ເຜົາ​ໄຂມັນ​ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ ກິ່ນ​ຫອມຫວນ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ແກ່​ພຣະເຈົ້າຢາເວ.


ສຳລັບ​ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ນັ້ນ ໃຫ້​ຖວາຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ງົວເຖິກ​ໂຕໜຶ່ງ​ຕໍ່​ແປ້ງເຂົ້າ​ສາມ​ກິໂລກຼາມ; ແກະເຖິກ​ໂຕໜຶ່ງ ຕໍ່​ແປ້ງເຂົ້າ​ສອງ​ກິໂລກຼາມ;


ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka