Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 3:3 - ພຣະຄຳພີສັກສິ

3 ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ​ທີ່​ຕິດ​ກັບ​ເຄື່ອງ​ໃນ​ທັງໝົດ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 3:3
25 Jak'a apnaqawi uñst'ayäwi  

ຄົນ​ເຫຼົ່ານີ້​ບໍ່ໄດ້​ມີ​ຄວາມ​ເຂົ້າໃຈ​ຫຍັງ​ເລີຍ ແຕ່​ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.


ຕໍ່ໄປ ເຈົ້າ​ຈົ່ງ​ເອົາ​ເຄື່ອງ​ໃນ​ໄຂມັນ, ໜັງບາງໆ​ຫຸ້ມຫໍ່ຕັບ, ແລະ​ໝາກໄຂ່ຫຼັງ​ທັງສອງ​ໜ່ວຍ​ພ້ອມ​ໄຂມັນ​ທີ່​ຕິດ​ຢູ່​ນັ້ນ ເຜົາ​ເທິງ​ແທ່ນບູຊາ​ຖວາຍ​ແກ່​ເຮົາ.


ຈົ່ງ​ຕັດ​ເອົາ​ໄຂມັນ​ຂອງ​ແກະເຖິກ, ໄຂມັນ​ໃນ​ຫາງ, ໄຂມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ ແລະ​ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ພ້ອມ​ທັງ​ໄຂມັນ​ທີ່​ຕິດ​ຫ້ອຍ ແລະ​ຕົ້ນ​ຂາໜ້າ​ຂ້າງ​ຂວາ.


ລູກ​ເອີຍ ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ​ເທາະ ແລະ​ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ສັງເກດ​ເບິ່ງ​ແບບຢ່າງ​ທັງຫຼາຍ​ຂອງ​ເຮົາ.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມຄິດ ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຈົ້າ.


“ແຕ່​ພວກ​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ ໄດ້​ສືບຕໍ່​ຮັບໃຊ້​ເຮົາ​ໃນ​ພຣະວິຫານ​ຢ່າງ​ສັດຊື່ ໃນ​ເມື່ອ​ປະຊາຊົນ​ອື່ນໆ​ໄດ້​ຫັນໜ້າ​ໜີໄປ​ຈາກ​ເຮົາ. ສະນັ້ນ ຕໍ່ໄປນີ້​ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ມາ​ຊ້ອງໜ້າ​ເຮົາ ເພື່ອ​ຖວາຍ​ໄຂມັນ ແລະ​ເລືອດ​ເປັນ​ເຄື່ອງ​ບູຊາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຫລັງຈາກ​ຊາຍ​ຄົນ​ນັ້ນ​ໄດ້​ຕັດ​ຊີ້ນ​ສັດ​ເປັນ​ຕ່ອນໆ​ແລ້ວ ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ຊີ້ນ​ສັດ ເຜົາ​ໃສ່​ໄຟ​ພ້ອມ​ທັງ​ຫົວ​ແລະ​ໄຂມັນ.


ແລ້ວ​ພວກເຂົາ​ກໍ​ຈະ​ເອົາ​ຕ່ອນ​ສັດ​ທັງໝົດ ພ້ອມ​ກັບ​ຫົວ​ແລະ​ໄຂມັນ​ເຜົາ​ໃສ່​ໄຟ.


ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ລຶບລ້າງ​ບາບ.


ບັນດາ​ປະໂຣຫິດ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ເທິງ​ແທ່ນບູຊາ ເປັນ​ອາຫານ​ບູຊາ​ເຜົາ​ດ້ວຍ​ໄຟ​ທີ່​ເປັນ​ກິ່ນ​ຫອມຫວນ ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າຢາເວ.


ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ສັດ​ທີ່​ທາງ​ເຂົ້າ​ປະຕູ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ຈະ​ຖອກ​ເລືອດ​ງົວ​ໃສ່​ຂ້າງ​ແທ່ນບູຊາ​ທັງ​ສີ່​ຂ້າງ.


ໝາກໄຂ່ຫລັງ​ສອງ​ໜ່ວຍ​ກັບ​ໄຂມັນ​ທີ່​ຕິດ​ຢູ່​ໃນ​ນັ້ນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ.


ປະໂຣຫິດ​ຈະ​ຕ້ອງ​ເອົາ​ໄຂມັນ​ເຫຼົ່ານັ້ນ ເຜົາ​ເທິງ​ແທ່ນ​ເປັນ​ເຄື່ອງບູຊາ​ດ້ວຍໄຟ ໂດຍ​ໃຫ້​ເຮັດ​ຢ່າງ​ດຽວກັນ​ກັບ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ຈົ່ງ​ໃຫ້​ລາວ​ຖື​ມາ​ໂດຍ​ຕົນເອງ​ຕາມ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ສັດ​ພ້ອມ​ທັງ​ຊີ້ນ​ໜ້າເອິກ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ.


ປະໂຣຫິດ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຊົດໃຊ້​ແທນຄືນ.


ຕໍ່ມາ ລາວ​ໄດ້​ເຜົາ​ໄຂມັນ, ໝາກໄຂ່ຫລັງ​ທັງສອງ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ​ເທິງ​ແທ່ນບູຊາ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ທຸກປະການ.


ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກເຈົ້າ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ​ເພາະ​ໄດ້ຍິນ.


‘ຄົນ​ເຫຼົ່ານີ້​ໃຫ້ກຽດ​ເຮົາ​ແຕ່​ປາກ ສ່ວນ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ ແລະ​ລູກຫລານ ມີ​ໃຈ​ເຊື່ອຟັງ​ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ ແລະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ໄດ້.


ຍິ່ງ​ໄປ​ກວ່າ​ນີ້​ອີກ ກ່ອນ​ທີ່​ຈະ​ເອົາ​ໄຂມັນ​ໄປ​ເຜົາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຕ້ອງ​ມາ​ເວົ້າ​ຕໍ່​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ນັ້ນ​ວ່າ, “ຂໍ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ໄປ​ໃຫ້​ປະໂຣຫິດ​ປິ້ງ​ກິນ​ແດ່ ເພາະ​ເພິ່ນ​ບໍ່​ຮັບ​ເອົາ​ຊີ້ນ​ຕົ້ມ ເພິ່ນ​ຢາກ​ໄດ້​ແຕ່​ຊີ້ນ​ດິບ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka