Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 3:2 - ພຣະຄຳພີສັກສິ

2 ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ສັດ​ທີ່​ທາງ​ເຂົ້າ​ປະຕູ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ຈະ​ຖອກ​ເລືອດ​ງົວ​ໃສ່​ຂ້າງ​ແທ່ນບູຊາ​ທັງ​ສີ່​ຂ້າງ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 3:2
23 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ງົວເຖິກ​ມາ​ທາງ​ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ອາໂຣນ​ພ້ອມ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກ​ນັ້ນ.


ແລ້ວ​ໃຫ້​ເຈົ້າ​ຂ້າປາດຄໍ​ງົວເຖິກ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ຈົ່ງ​ເອົາ​ແກະເຖິກ​ໂຕໜຶ່ງ​ມາ ແລະ​ບອກ​ໃຫ້​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.


ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ຂອງ​ມັນ ໄປ​ຖອກ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ຈົ່ງ​ນຳ​ແກະເຖິກ​ໂຕໜຶ່ງ​ມາ​ອີກ ຄື​ໂຕ​ທີ່​ຈະ​ໃຊ້​ໃນ​ການ​ອຸທິດ​ຖວາຍ​ຕົວ​ນັ້ນ ແລ້ວ​ຈົ່ງ​ບອກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ສັດ​ນັ້ນ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ບັນດາ​ພວກ​ລູກຊາຍ​ຂອງ​ອາໂຣນ​ຊຶ່ງ​ເປັນ​ປະໂຣຫິດ ກໍ​ຈະ​ຖອກ​ເລືອດ​ສັດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ຖ້າ​ຄົນ​ອິດສະຣາເອນ​ຜູ້ໜຶ່ງ​ຂ້າປາດຄໍ​ງົວ ຫລື​ແກະ ຫລື​ແບ້​ໂຕໜຶ່ງ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ບ່ອນ​ໃດ​ກໍດີ ແທນ​ທີ່​ຈະ​ເອົາ​ມາ​ຖວາຍ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຈະໄດ້​ເປັນ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ; ແມ່ນ​ຄົນ​ນັ້ນ​ໄດ້​ລະເມີດ​ກົດບັນຍັດ ເພາະ​ລາວ​ໄດ້​ເຮັດ​ໃຫ້​ເລືອດ​ໄຫລ​ອອກ ແລະ​ລາວ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.


ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ​ທີ່​ຕິດ​ກັບ​ເຄື່ອງ​ໃນ​ທັງໝົດ


ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ແກະ ແລະ​ຂ້າປາດຄໍ​ສັດ​ນັ້ນ​ທີ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ບັນດາ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແກະ​ນັ້ນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ


ຕໍ່ມາ​ອີກ ໂມເຊ​ໄດ້​ນຳ​ແກະເຖິກ ໂຕ​ທີ​ສອງ​ມາ ຊຶ່ງ​ເປັນ​ແກະ​ທີ່​ຖວາຍ​ສຳລັບ​ການ​ສະຖາປະນາ​ປະໂຣຫິດ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ແຕ່​ລູກຫົວປີ​ຂອງ​ງົວ, ແກະ ແລະ​ແບ້​ໄຖ່ຄືນ​ໄວ້​ບໍ່ໄດ້; ສັດ​ເຫຼົ່ານີ້​ເປັນ​ຂອງເຮົາ​ຢ່າງ​ສົມບູນ ແລະ​ໃຫ້​ພວກເຈົ້າ​ຂ້າ​ຖວາຍບູຊາ​ແກ່​ເຮົາ. ຈົ່ງ​ຖອກ​ເລືອດ​ໃສ່​ແທ່ນບູຊາ ແລະ​ເຜົາ​ໄຂມັນ​ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ ກິ່ນ​ຫອມຫວນ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ແກ່​ພຣະເຈົ້າຢາເວ.


ທ່ານ​ທັງຫລາຍ​ຈຶ່ງ​ໄດ້​ຂ້າ​ຜູ້​ທີ່​ເຮັດ​ໃຫ້​ມີ​ຊີວິດ​ອັນ​ແທ້ຈິງ ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ໄດ້.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ອົງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະອົງ​ມາ​ຫາ​ທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍ​ພຣະພອນ​ແກ່​ພວກທ່ານ ໂດຍ​ໃຫ້​ທຸກຄົນ​ກັບ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ.”


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka