ລະບຽບ^ພວກເລວີ 3:16 - ພຣະຄຳພີສັກສິ16 ບັນດາປະໂຣຫິດຈະເຜົາສ່ວນເຫຼົ່ານີ້ທັງໝົດເທິງແທ່ນບູຊາ ເປັນອາຫານບູຊາເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ. Uka jalj uñjjattʼäta |
ໂຊໂລໂມນໄດ້ຖວາຍສ່ວນກາງຂອງເດີ່ນ ເຂດດ້ານໜ້າວິຫານຂອງພຣະເຈົ້າຢາເວ ແລະຕໍ່ມາ ເພິ່ນໄດ້ຖວາຍເຄື່ອງບູຊາໃນທີ່ນັ້ນເປັນຕົ້ນ: ການບູຊາເຜົາທັງໝົດ, ພືດຜົນເປັນເມັດ ແລະໄຂມັນທີ່ໄດ້ມາຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ເພິ່ນໄດ້ເຮັດເຊັ່ນນີ້ເພາະແທ່ນບູຊາທອງສຳຣິດຊຶ່ງເພິ່ນໄດ້ເຮັດນັ້ນ ນ້ອຍໂພດສຳລັບບັນຈຸເຄື່ອງຖວາຍເຫຼົ່ານັ້ນທັງໝົດ.
“ແຕ່ພວກປະໂຣຫິດຊາວເລວີຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ສືບຕໍ່ຮັບໃຊ້ເຮົາໃນພຣະວິຫານຢ່າງສັດຊື່ ໃນເມື່ອປະຊາຊົນອື່ນໆໄດ້ຫັນໜ້າໜີໄປຈາກເຮົາ. ສະນັ້ນ ຕໍ່ໄປນີ້ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າມາຊ້ອງໜ້າເຮົາ ເພື່ອຖວາຍໄຂມັນ ແລະເລືອດເປັນເຄື່ອງບູຊາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງລາວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.