12 ຖ້າຊາຍຄົນໜຶ່ງຖວາຍແບ້ໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ.
ມັນແມ່ນພຣະປະສົງທີ່ຜູ້ຮັບໃຊ້ຂອງພຣະອົງ ໃຫຍ່ຂຶ້ນດັ່ງໄມ້ພັນດີທັງຢັ່ງຮາກໃນດິນແຫ້ງແລ້ງ. ທ່ານບໍ່ມີທ່າທາງຜ່າເຜີຍ ແລະສະຫງ່າງາມໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວທ່ານໄດ້. ໃນຕົວທ່ານນັ້ນບໍ່ມີຫຍັງພໍຈະດຶງດູດຈິດໃຈ ພໍຈະດູດດຶງພວກເຮົາເຂົ້າໄປຫາທ່ານໄດ້.
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ຖ້າຜູ້ໃດຜູ້ໜຶ່ງຖວາຍແກະ ຫລືແບ້ໂຕໜຶ່ງໃນຝູງຂອງຕົນ ຕ້ອງໃຫ້ເປັນໂຕເຖິກທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
ໃຫ້ໄປບອກຊາວອິດສະຣາເອນ ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ເມື່ອພວກເຂົາມີການຖວາຍບູຊາ. ເມື່ອຜູ້ໃດຜູ້ໜຶ່ງຕ້ອງການຖວາຍສັດໂຕໜຶ່ງໃນຝູງເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ອາດຈະເປັນງົວ ຫລືແກະ ຫລືແບ້ກໍຕາມ.
ແລ້ວລາວກໍຈະລອກໜັງສັດອອກແລະຕັດສັດເປັນຕ່ອນໆ.
ໂມເຊໄດ້ສອບຖາມກ່ຽວກັບຊີ້ນແບ້ທີ່ໄດ້ຖວາຍເພື່ອລຶບລ້າງບາບນັ້ນ ເມື່ອເພິ່ນຮູ້ວ່າແບ້ນັ້ນໄດ້ເຜົາໝົດເສຍແລ້ວ. ໂມເຊຈຶ່ງຮ້າຍເອເລອາຊາແລະອີທາມາກ່ຽວກັບເລື່ອງນີ້. ເພິ່ນໄດ້ຖາມເຂົາວ່າ,
ເມື່ອຜູ້ໃດຜູ້ໜຶ່ງຖວາຍສັດໂຕໜຶ່ງໃນຝູງຂອງຕົນເພື່ອຄວາມສາມັກຄີທຳ ຕ້ອງໃຫ້ຜູ້ນັ້ນຖວາຍງົວເຖິກ ຫລືງົວແມ່ ໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິຕໍ່ໜ້າພຣະເຈົ້າຢາເວ.
ຫລັງຈາກນັ້ນ ອາໂຣນໄດ້ຖວາຍເຄື່ອງບູຊາສຳລັບປະຊາຊົນ. ເພິ່ນໄດ້ນຳແບ້ເຖິກທີ່ຕ້ອງຖືກຖວາຍສຳລັບການບາບຂອງປະຊາຊົນມາ ແລ້ວຂ້າປາດຄໍແບ້ນັ້ນ ແລະຖວາຍເປັນເຄື່ອງບູຊາເໝືອນດັ່ງທີ່ເພິ່ນໄດ້ເຮັດສຳລັບພິທີລຶບລ້າງບາບຂອງຕົນ.
ແລ້ວຈົ່ງບອກປະຊາຊົນອິດສະຣາເອນໃຫ້ນຳແບ້ເຖິກໂຕໜຶ່ງ ມາຖວາຍເພື່ອລຶບລ້າງບາບ ພ້ອມທັງລູກງົວເຖິກແລະລູກແກະເຖິກອາຍຸໜຶ່ງປີແນວລະໂຕ. ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ ເປັນເຄື່ອງຖວາຍບູຊາດ້ວຍໄຟ
ເມື່ອຖວາຍແກະເຖິກໂຕໜຶ່ງ ໃຫ້ນຳເຄື່ອງຖວາຍມາພ້ອມ ມີແປ້ງເຂົ້າຢ່າງດີສອງກິໂລກຼາມ ປົນກັບນໍ້າມັນໝາກກອກເທດເຄິ່ງລິດ
ດ້ວຍວ່າ, ສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເພາະເນື້ອກາຍ ເຮັດໃຫ້ອ່ອນກຳລັງເສຍ ພຣະເຈົ້າກໍໄດ້ຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດຂອງພຣະອົງມາໃນສະພາບເໝືອນເນື້ອກາຍ ທີ່ຜິດບາບ ແລະເພື່ອຊົງໄຖ່ຄວາມຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດຄວາມບາບໃນເນື້ອກາຍ ນັ້ນ.
ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.