Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 3:11 - ພຣະຄຳພີສັກສິ

11 ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 3:11
17 Jak'a apnaqawi uñst'ayäwi  

ເຫື່ອແຮງ​ຂອງ​ຂ້ານ້ອຍ​ກໍ​ໄດ້​ສູນເສຍ​ໄປ ດັ່ງ​ນໍ້າ​ທີ່​ໄຫລຊະ​ໄປ​ຕາມ​ພື້ນດິນ​ນັ້ນ. ກະດູກ​ຂອງ​ຂ້ານ້ອຍ​ທຸກ​ຊີກ​ກໍ​ບໍ່​ຕິດຕໍ່ກັນ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເປື່ອຍ​ໄປ​ດັ່ງ​ຂີ້ເຜິ້ງ.


ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ໂດຍ​ຍອມ​ໃຫ້​ຊາວ​ຕ່າງດ້າວ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຄື​ປະຊາຊົນ​ທີ່​ບໍ່​ເຊື່ອຟັງ​ເຮົາ​ນັ້ນ ເຂົ້າ​ໄປ​ໃນ​ພຣະວິຫານ​ເມື່ອ​ພວກເຂົາ​ກຳລັງ​ຖວາຍ​ໄຂມັນ ແລະ​ເລືອດ​ໃຫ້​ແກ່​ເຮົາ. ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທັງໝົດ​ເຫຼົ່ານັ້ນ.


ໃຫ້​ບອກ​ອາໂຣນ​ວ່າ, “ໃນ​ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ ບໍ່​ໃຫ້​ຜູ້ໃດ​ທີ່​ມີ​ຮ່າງກາຍ​ພິການ ເຂົ້າ​ມາ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ​ເດັດຂາດ. ຄຳສັ່ງ​ນີ້​ໃຫ້​ປະຕິບັດ​ກັນ​ສືບໄປ​ທຸກຍຸກ​ທຸກສະໄໝ.


ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.


ປະຊາຊົນ​ຕ້ອງ​ຖື​ປະໂຣຫິດ​ວ່າ​ບໍຣິສຸດ ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຂົາ​ຕ້ອງ​ບໍຣິສຸດ​ຕໍ່​ພວກເຈົ້າ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ແລະ​ເຮົາ​ສ້າງ​ປະຊາຊົນ​ຂອງເຮົາ​ໃຫ້​ບໍຣິສຸດ.


ຢ່າ​ເອົາ​ສັດ​ທີ່​ໄດ້​ຈາກ​ຊາວ​ຕ່າງດ້າວ ມາ​ເຮັດ​ພິທີ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ. ສັດ​ເຫຼົ່ານັ້ນ​ຈະ​ຖື​ວ່າ ເປັນ​ສັດ​ທີ່​ບໍ່​ປົກກະຕິ​ແລະ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ບໍ່ໄດ້.”


ບັນດາ​ປະໂຣຫິດ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ເທິງ​ແທ່ນບູຊາ ເປັນ​ອາຫານ​ບູຊາ​ເຜົາ​ດ້ວຍ​ໄຟ​ທີ່​ເປັນ​ກິ່ນ​ຫອມຫວນ ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າຢາເວ.


ພວກ​ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ ເທິງ​ແທ່ນບູຊາ​ແລະ​ເຄື່ອງ​ຖວາຍ​ອື່ນໆ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


“ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ.


ກໍ​ຢ່າງນີ້​ແຫລະ ຄື​ໂດຍ​ນຳ​ເອົາ​ອາຫານ​ທີ່​ເປັນ​ມົນທິນ​ມາ​ທີ່​ແທ່ນບູຊາ​ຂອງເຮົາ. ແລ້ວ​ພວກເຈົ້າ​ກໍ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ຂາດ​ການ​ນັບຖື​ພຣະອົງ​ຢ່າງໃດ​ແດ່?’ ເຮົາ​ຈະ​ບອກ​ໃຫ້​ພວກເຈົ້າ​ຮູ້​ກໍໄດ້ ຄື​ໂດຍ​ສະແດງ​ການ​ຫຍໍ້ຫຍັນ​ຕໍ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.


ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:


ໃນທຳນອງ​ດຽວກັນ ຈົ່ງ​ຖວາຍບູຊາ​ດ້ວຍ​ໄຟ​ຕະຫລອດ​ເຈັດ​ວັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ຈົ່ງ​ຖວາຍ​ສິ່ງ​ເຫຼົ່ານີ້ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ພວກເຈົ້າ​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ດື່ມ​ຈາກ​ຈອກ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່​ຫ່ອນ​ໄດ້ ພວກເຈົ້າ​ກິນ​ທີ່​ໂຕະ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ກິນ​ທີ່​ໂຕະ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່ໄດ້​ເຊັ່ນກັນ.


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka