Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 3:1 - ພຣະຄຳພີສັກສິ

1 ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ​ເພື່ອ​ຄວາມ​ສາມັກຄີທຳ ຕ້ອງ​ໃຫ້​ຜູ້ນັ້ນ​ຖວາຍ​ງົວເຖິກ ຫລື​ງົວແມ່ ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ຕໍ່ໜ້າ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 3:1
29 Jak'a apnaqawi uñst'ayäwi  

ໃນ​ທີ່ນັ້ນ​ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເພິ່ນ ໂດຍ​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ເຄື່ອງ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ນັ້ນ.


ຈົ່ງ​ເອົາ​ດິນ​ມາ​ສ້າງ​ແທ່ນບູຊາ​ສຳລັບ​ເຮົາ ແລະ​ທີ່​ເທິງ​ແທ່ນ​ນັ້ນ​ໃຫ້​ນຳ​ແກະ ແລະ​ງົວເຖິກ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະຖວາຍ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຸກ​ບ່ອນ​ທີ່​ເຮົາ​ຈັດ​ໃຫ້​ນະມັດສະການ ເຮົາ​ຈະ​ມາ​ອວຍພອນ​ພວກເຈົ້າ​ໃນ​ທີ່ນັ້ນ.


ຕໍ່ມາ ເພິ່ນ​ໄດ້​ໃຊ້​ພວກ​ຄົນ​ໜຸ່ມ​ອິດສະຣາເອນ ເຜົາ​ເຄື່ອງ​ບູຊາ​ຖວາຍ​ແລະ​ເຜົາ​ງົວ​ທັງ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.


ອັນ​ນີ້​ແມ່ນ​ການ​ຕັດສິນໃຈ​ທີ່​ບໍ່​ປ່ຽນແປງ​ຂອງເຮົາ. ເວລາ​ທີ່​ປະຊາຊົນ​ຂອງເຮົາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະ​ໃຫ້​ເປັນ​ສ່ວນ​ຂອງ​ປະໂຣຫິດ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຂອງ​ປະຊາຊົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ.


“ມື້ນີ້​ຂ້ອຍ​ໄດ້​ນຳ​ເຄື່ອງ​ໄປ​ຖວາຍບູຊາ ແລະ​ກໍໄດ້​ຊີ້ນ​ມາ​ຈາກ​ເຄື່ອງບູຊາ​ນັ້ນ.


ເມື່ອ​ອາທິດ​ໜຶ່ງ​ຜ່ານ​ໄປ​ແລ້ວ ໃຫ້​ບັນດາ​ປະໂຣຫິດ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ໃສ່​ເທິງ​ແທ່ນ​ນັ້ນ​ໄດ້. ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ກັບ​ພວກເຈົ້າ​ທຸກຄົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ຄວາມໝາຍ​ຂອງ​ຄຳສັ່ງ​ນີ້ ເພື່ອ​ໃຫ້​ປະຊາຊົນ​ນຳ​ສັດ​ທີ່​ພວກເຂົາ​ເຄີຍ​ຂ້າ​ນອກ​ເມືອງ​ນັ້ນ ມາ​ຂ້າ​ຖວາຍ​ແກ່​ພຣະເຈົ້າຢາເວ. ບັດນີ້ ພວກເຂົາ​ຈະ​ຕ້ອງ​ນຳ​ສັດ​ເຫຼົ່ານັ້ນ ມາ​ຫາ​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຂ້າ​ສັດ​ນັ້ນ​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.


ຖ້າ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ​ນັ້ນ ເປັນ​ແກະ​ຫລື​ແບ້ ຈະ​ເປັນ​ໂຕ​ເຖິກ​ຫລື​ໂຕ​ແມ່​ກໍດີ ຕ້ອງ​ໃຫ້​ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ.


ລາວ​ໄດ້​ຂ້າປາດຄໍ​ງົວເຖິກ​ແລະ​ແກະເຖິກ ເປັນ​ການ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ສຳລັບ​ປະຊາຊົນ. ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ເລືອດ​ມາ ແລະ​ລາວ​ໄດ້​ຊິດ​ເລືອດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ສ່ວນ​ງົວເຖິກ​ກັບ​ລູກແກະ​ເຖິກ​ນັ້ນ​ແມ່ນ​ໃຫ້​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ພວກເຂົາ​ຕ້ອງ​ຖວາຍບູຊາ​ສັດ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ກັບ​ຖວາຍ​ພືດຜົນ​ເປັນເມັດ​ປົນ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ຕ້ອງ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະວ່າ​ພຣະເຈົ້າຢາເວ​ຈະ​ປາກົດ​ແກ່​ພວກເຂົາ​ໃນ​ມື້ນີ້.”


ເມື່ອ​ພວກເຈົ້າ​ນຳ​ເຄື່ອງ​ເຜົາບູຊາ ແລະ​ຜົນລະປູກ​ມາ​ຖວາຍບູຊາ​ແກ່​ເຮົາ ເຮົາ​ຈະ​ບໍ່​ຮັບ​ເອົາ; ເຮົາ​ຈະ​ບໍ່​ຮັບ​ເອົາ​ສັດ​ທີ່​ພວກເຈົ້າ​ໄດ້​ລ້ຽງ​ໄວ້​ໃຫ້​ຕູ້ຍພີ ແລະ​ນຳ​ມາ​ຖວາຍບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ເຮົາ.


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ເມື່ອ​ພວກເຈົ້າ​ນຳ​ສັດ​ຕາບອດ ຫລື​ສັດ​ເຈັບໂຊ ຫລື​ສັດ​ຂາ​ພິການ ມາ​ຖວາຍ​ແກ່​ເຮົາ ພວກເຈົ້າ​ຄິດວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ບໍ? ຈົ່ງ​ລອງ​ນຳ​ສັດ​ເຊັ່ນນັ້ນ​ໄປ​ໃຫ້​ຜູ້ປົກຄອງ​ຂອງ​ພວກເຈົ້າ​ເບິ່ງດູ ເພິ່ນ​ຈະ​ພໍໃຈ​ນຳ​ພວກເຈົ້າ​ບໍ? ຫລື​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມດີ​ຄວາມຊອບ​ຫຍັງ​ແດ່​ຈາກ​ເພິ່ນ?” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ເມື່ອ​ຖວາຍ​ງົວເຖິກ​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍ​ບູຊາ​ທີ່​ສືບ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ກໍດີ


ແລະ​ຖວາຍ​ສັດ​ສາມ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ ໃຫ້​ແກ່​ພຣະເຈົ້າຢາເວ​ດັ່ງນີ້: ແກະເຖິກ​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ເຜົາບູຊາ, ແກະ​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ຄວາມ​ສາມັກຄີທຳ.


ໃນ​ທີ່ນັ້ນ ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ທັງ​ຊີ້ນ​ແລະ​ເລືອດ​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ເໝືອນກັນ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ເຫຼົ່ານັ້ນ ໃນ​ບ່ອນ​ທີ່​ພວກເຈົ້າ​ກິນ​ຊີ້ນ​ແລະ​ເທ​ເລືອດ​ໃສ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ແລະ​ໂດຍ​ພຣະອົງ​ນັ້ນ ຈະ​ໄດ້​ຊົງ​ໃຫ້​ສິ່ງສາລະພັດ​ກັບຄືນ​ດີ​ກັບ​ພຣະເຈົ້າ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ແຜ່ນດິນ​ໂລກ ຫລື​ໃນ​ສະຫວັນ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ເກີດ​ສັນຕິພາບ​ດ້ວຍ​ພຣະ​ໂລຫິດ ຊຶ່ງ​ໄຫລ​ທີ່​ໄມ້ກາງແຂນ​ຂອງ​ພຣະອົງ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍໄດ້​ພາກັນ​ໄປ​ໄວ້ທຸກ​ທີ່​ເບັດເອນ. ພວກເຂົາ​ນັ່ງ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ໂດຍ​ບໍ່​ຍອມ​ກິນ​ອາຫານ​ຈົນ​ຮອດ​ຄໍ່າ. ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ຖວາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.


ແລ້ວ​ເຊົ້າ​ມື້​ໃໝ່​ມາ ປະຊາຊົນ​ກໍ​ລຸກ​ແຕ່​ເດິກໆ ແລະ​ສ້າງ​ແທ່ນບູຊາ​ຂຶ້ນ​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ເປັນ​ເຄື່ອງ​ບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka