9 ຖ້າການບະບົນກ່ຽວຂ້ອງກັບສັດໂຕໜຶ່ງທີ່ຮັບເອົາໄດ້ ໃຫ້ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ແລ້ວເຄື່ອງຖວາຍທຸກໆຢ່າງຊຶ່ງຖວາຍແກ່ພຣະເຈົ້າຢາເວກໍບໍຣິສຸດ.
ຈົ່ງຄິດໃຫ້ຖ້ວນຖີ່ກ່ອນຈຶ່ງສັນຍາຕໍ່ພຣະເຈົ້າວ່າຈະຖວາຍບູຊາ ຕໍ່ມາອາດຈະເສຍໃຈຕາມພາຍຫລັງກໍໄດ້.
ຈົ່ງຫລີກເວັ້ນຄຳເວົ້າທີ່ນຳເຈົ້າໄປສູ່ການບາບ ເພື່ອເຈົ້າຈະບໍ່ຕ້ອງໄປເວົ້າກັບປະໂຣຫິດຂອງພຣະເຈົ້າວ່າ ເຈົ້າບໍ່ໄດ້ໝາຍຄວາມວ່າຢ່າງນັ້ນ. ເປັນຫຍັງຈຶ່ງເຮັດໃຫ້ພຣະອົງໂກດຮ້າຍເຈົ້າ? ເປັນຫຍັງຈຶ່ງປ່ອຍໃຫ້ພຣະອົງທຳລາຍສິ່ງທີ່ເຈົ້າຫາມາໄດ້ນັ້ນ?
ບໍລິເວນທີ່ໄດ້ຖືກອຸທິດຖວາຍແກ່ພຣະເຈົ້າຢາເວແລ້ວ ແມ່ນສ່ວນທີ່ສັກສິດໃນດິນແດນທັງໝົດ; ບໍ່ໃຫ້ຂາຍ ຫລືແລກປ່ຽນ, ຫລືປ່ຽນກຳມະສິດໃຫ້ຜູ້ໜຶ່ງຜູ້ໃດເປັນເດັດຂາດ.
ຢ່າໃຫ້ເຂົາເອົາສັດໂຕອື່ນມາປ່ຽນແທນສັດໂຕທີ່ໄດ້ສັນຍາຖວາຍ ບໍ່ວ່າໂຕດີປ່ຽນແທນໂຕບໍ່ດີ ຫລືໂຕບໍ່ດີປ່ຽນໂຕດີ. ຖ້າລາວປ່ຽນແທນ ສັດທັງສອງນັ້ນກໍຈະເປັນບໍຣິສຸດ.
ຖ້າຜູ້ໃດຜູ້ໜຶ່ງທີ່ໄດ້ບະບົນໄວ້ນັ້ນເປັນຄົນຍາກຈົນ ແລະບໍ່ສາມາດຈ່າຍຕາມອັດຕາກຳນົດໄວ້ໄດ້ ຕ້ອງໃຫ້ນຳຜູ້ນັ້ນໄປຫາປະໂຣຫິດ ເພື່ອວ່າເພິ່ນຈະວາງອັດຕາໃໝ່ໃຫ້ຕາມຄວາມສາມາດທີ່ລາວຈະຈ່າຍໄດ້.
ຖ້າຜູ້ໃດຜູ້ໜຶ່ງເຮັດບາບ ຍ້ອນລືມຊຳລະສິ່ງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ ໂດຍບໍ່ຕັ້ງໃຈ ເພື່ອເປັນການຊົດໃຊ້ແທນຄືນຫລັງໃຫ້ພຣະອົງ ລາວຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ.
ແຕ່ພວກເຈົ້າກັບສັ່ງສອນວ່າ, ຖ້າຄົນໜຶ່ງມີສິ່ງຂອງທີ່ຕົນອາດຊ່ວຍເຫລືອພໍ່ແມ່ຂອງຕົນໄດ້ ແລ້ວອ້າງສິ່ງນັ້ນວ່າ, ‘ເປັນຂອງຖວາຍແດ່ພຣະເຈົ້າ’