7 ຜູ້ຊາຍອາຍຸຫົກສິບປີຂຶ້ນໄປ, ເງິນ 15 ແທ່ງ, ແລະສຳລັບແມ່ຍິງອາຍຸຫົກສິບປີຂຶ້ນໄປ, ເງິນ 10 ແທ່ງ.
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ເດັກນ້ອຍຜູ້ຊາຍ ອາຍຸຕໍ່າກວ່າໜຶ່ງເດືອນຫາຫ້າປີ ເງິນ 5 ແທ່ງ, ແລະສຳລັບເດັກນ້ອຍຜູ້ຍິງ ເງິນ 3 ແທ່ງ.
ຖ້າຜູ້ໃດຜູ້ໜຶ່ງທີ່ໄດ້ບະບົນໄວ້ນັ້ນເປັນຄົນຍາກຈົນ ແລະບໍ່ສາມາດຈ່າຍຕາມອັດຕາກຳນົດໄວ້ໄດ້ ຕ້ອງໃຫ້ນຳຜູ້ນັ້ນໄປຫາປະໂຣຫິດ ເພື່ອວ່າເພິ່ນຈະວາງອັດຕາໃໝ່ໃຫ້ຕາມຄວາມສາມາດທີ່ລາວຈະຈ່າຍໄດ້.