Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 27:21 - ພຣະຄຳພີສັກສິ

21 ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ໜ້າ ໄຮ່ນາ​ນັ້ນ​ກໍ​ຈະ​ກາຍເປັນ​ສົມບັດ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ​ຄື: ທີ່ດິນ​ຈະ​ເປັນ​ຂອງ​ປະໂຣຫິດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 27:21
11 Jak'a apnaqawi uñst'ayäwi  

ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ​ຈະ​ເປັນ​ອາຫານ​ຂອງ​ພວກ​ປະໂຣຫິດ ແລະ​ໃຫ້​ພວກເຂົາ​ຮັບ​ເອົາ​ທຸກໆສິ່ງ​ໃນ​ຊາດ​ອິດສະຣາເອນ ທີ່​ໄດ້​ແຍກ​ໄວ້​ຕ່າງຫາກ​ສຳລັບ​ເຮົາ.


ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ.


ແຕ່​ຖ້າ​ລາວ​ບໍ່ມີ​ເງິນ​ພຽງພໍ​ສຳລັບ​ຊື້​ທີ່ດິນ​ຄືນ ທີ່ດິນ​ນັ້ນ​ກໍ​ຍັງ​ຢູ່​ພາຍໃຕ້​ການ​ດູແລ​ຮັກສາ​ຂອງ​ຜູ້​ທີ່​ໄດ້​ຊື້​ທີ່ດິນ​ນັ້ນ​ຕໍ່ໄປ ຈົນ​ຮອດ​ຄົບຮອບ​ປີ​ຫ້າສິບ​ຊຸດ​ໜ້າ. ໃນ​ປີ​ນັ້ນ​ທີ່ດິນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ.


ແຕ່​ເຮືອນ​ທີ່​ຢູ່​ນອກ​ເມືອງ​ທີ່​ບໍ່ມີ​ກຳແພງ​ອ້ອມ ໃຫ້​ຖື​ເອົາ​ຄືກັນ​ກັບ​ດິນ​ໄຮ່​ນາ; ເຈົ້າຂອງ​ຜູ້​ທຳອິດ​ມີ​ສິດ​ຊື້​ຄືນ ແລະ​ໃນ​ປີ​ຄົບຮອບ​ຫ້າສິບ​ປີ ທີ່ດິນ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ.


ຖ້າ​ລາວ​ຂາຍ​ໄຮ່ນາ​ຕໍ່​ໃຫ້​ຄົນອື່ນ​ໂດຍ​ບໍ່ໄດ້​ຊື້​ຄືນ ລາວ​ກໍ​ຈະ​ສູນເສຍ​ສິດທິ​ໃນ​ການ​ຊື້​ນັ້ນ.


ຖ້າ​ຜູ້ໜຶ່ງ​ມອບ​ໄຮ່ນາ​ທີ່​ຕົນ​ໄດ້​ຊື້​ມາ ຊຶ່ງ​ບໍ່ແມ່ນ​ມໍຣະດົກ​ຈາກ​ຄອບຄົວ​ຂອງຕົນ​ນັ້ນ ຖວາຍ​ແກ່​ພຣະເຈົ້າຢາເວ


ທຸກໆ​ສິ່ງ​ທີ່​ປະຊາຊົນ​ໃນ​ຊາດ​ອິດສະຣາເອນ ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ ໂດຍ​ບໍ່ມີ​ເງື່ອນໄຂ​ເປັນ​ຂອງ​ເຈົ້າ.


ຢ່າ​ເອົາ​ສິ່ງຂອງ​ໃດໆ​ທີ່​ຈະ​ຕ້ອງ​ສາບແຊ່ງ​ແລະ​ທຳລາຍ​ຖິ້ມ​ນັ້ນ​ມາ​ເປັນ​ຂອງຕົນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເຊົາ​ໂກດຮ້າຍ ແລະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ເມດຕາ​ພວກເຈົ້າ ແລະ​ຈະ​ໃຫ້​ພວກເຈົ້າ​ມີ​ປະຊາຊົນ​ເພີ່ມພູນ​ຂຶ້ນ ເປັນ​ຈຳນວນ​ຫລວງຫລາຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ


ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka