16 ຖ້າຜູ້ໜຶ່ງມອບທີ່ດິນຂອງຕົນສ່ວນໃດສ່ວນໜຶ່ງຖວາຍແກ່ພຣະເຈົ້າຢາເວ ໃຫ້ຕີລາຄາທີ່ດິນນັ້ນຕາມຈຳນວນພືດທີ່ໄດ້ຫວ່ານລົງໄປຄື: ອັດຕາເງິນຫ້າສິບແທ່ງຕໍ່ເຂົ້າເດືອຍຊາວກິໂລກຼາມ.
ເບ້ຍອະງຸ່ນທີ່ປູກຢູ່ໃນທີ່ດິນສິບສອງໄຮ່ຈະກັ່ນເຫຼົ້າອະງຸ່ນໄດ້ ພຽງແປດລິດເທົ່ານັ້ນ. ຫວ່ານແນວປູກໄປແປດສິບລິດ ຈະເກັບກ່ຽວພືດຜົນເປັນເມັດໄດ້ພຽງແຕ່ແປດລິດເທົ່ານັ້ນ.”
ສະນັ້ນ ຂ້າພະເຈົ້າຈຶ່ງຈ່າຍເງິນສິບຫ້າຫລຽນກັບເຂົ້າເດືອຍ 150 ກິໂລກຼາມ ເພື່ອຊື້ເອົານາງຄືນມາ.
ຖ້າຜູ້ທີ່ມອບເຮືອນນັ້ນຕ້ອງການຊື້ຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາຂອງເຮືອນ ແລະຕື່ມອີກຊາວເປີເຊັນ.
ຖ້າລາວມອບທີ່ດິນໃຫ້ ໃນທັນທີ ຫລັງຈາກຄົບຮອບຫ້າສິບປີໃຫ້ຕີລາຄາທີ່ດິນນັ້ນເຕັມຄ່າ.
ກ່ອນທີ່ເຈົ້າບໍ່ທັນໄດ້ຂາຍ ດິນນັ້ນກໍເປັນຂອງເຈົ້າບໍ່ແມ່ນບໍ? ແລະຫລັງຈາກທີ່ເຈົ້າຂາຍແລ້ວ ເງິນນັ້ນກໍຍັງເປັນສິດຂອງເຈົ້າບໍ່ແມ່ນບໍ? ດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງໄດ້ຕັດສິນໃຈເຮັດເຊັ່ນນີ້? ເຈົ້າບໍ່ໄດ້ຕົວະຕໍ່ມະນຸດ ແຕ່ຕົວະຕໍ່ພຣະເຈົ້າ.”