Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 27:13 - ພຣະຄຳພີສັກສິ

13 ຖ້າ​ຊາຍ​ຄົນ​ນັ້ນ​ຕ້ອງການ​ຊື້​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ສັດ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ​ຂອງ​ເງິນ​ທີ່​ໄດ້​ຈ່າຍ​ໄປ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 27:13
9 Jak'a apnaqawi uñst'ayäwi  

ຖ້າ​ບຸກຄົນ​ໃດ​ທີ່​ບໍ່ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໂດຍ​ບໍ່ໄດ້​ຕັ້ງໃຈ ລາວ​ຕ້ອງ​ຈ່າຍ​ເງິນ​ຄືນ​ໃຫ້​ປະໂຣຫິດ ເຕັມ​ລາຄາ​ພ້ອມ​ກັບ​ເພີ່ມ​ອີກ​ຊາວ​ເປີເຊັນ.


ຢ່າ​ໃຫ້​ເຂົາ​ເອົາ​ສັດ​ໂຕ​ອື່ນ​ມາ​ປ່ຽນ​ແທນ​ສັດ​ໂຕ​ທີ່​ໄດ້​ສັນຍາ​ຖວາຍ ບໍ່​ວ່າ​ໂຕດີ​ປ່ຽນ​ແທນ​ໂຕ​ບໍ່ດີ ຫລື​ໂຕ​ບໍ່ດີ​ປ່ຽນ​ໂຕດີ. ຖ້າ​ລາວ​ປ່ຽນ​ແທນ ສັດ​ທັງສອງ​ນັ້ນ​ກໍ​ຈະ​ເປັນ​ບໍຣິສຸດ.


ປະໂຣຫິດ​ຈະ​ຕີ​ລາຄາ​ສັດ​ນັ້ນ ຕາມ​ສຸຂະພາບ​ວ່າ​ດີ​ຫລື​ບໍ່​ດີ; ປະໂຣຫິດ​ກຳນົດ​ລາຄາ​ເທົ່າໃດ​ກໍ​ເປັນ​ເງິນ​ເທົ່ານັ້ນ.


ເມື່ອ​ຜູ້ໜຶ່ງ​ມອບ​ເຮືອນ​ຂອງຕົນ​ຖວາຍ​ແກ່​ພຣະເຈົ້າຢາເວ ປະໂຣຫິດ​ຈະ​ຕີ​ລາຄາ​ເຮືອນ​ນັ້ນ​ຕາມ​ຄຸນນະພາບ​ດີ​ຫລື​ບໍ່​ດີ; ປະໂຣຫິດ​ກຳນົດ​ເທົ່າໃດ​ກໍ​ເປັນ​ເງິນ​ເທົ່ານັ້ນ.


ຖ້າ​ຜູ້​ທີ່​ມອບ​ເຮືອນ​ນັ້ນ​ຕ້ອງການ​ຊື້​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ເຮືອນ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.


ຖ້າ​ຜູ້​ຖວາຍ​ໄຮ່ນາ​ໃຫ້​ນັ້ນ ຕ້ອງການ​ຊື້​ທີ່ດິນ​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ທີ່ດິນ​ນັ້ນ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.


ແຕ່​ຖ້າ​ສັດ​ນັ້ນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ອາດ​ຈະ​ຊື້​ຄືນ​ໄດ້​ຕາມ​ລາຄາ​ຂອງ​ສຳນັກ​ນະມັດສະການ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ. ຖ້າ​ບໍ່​ຢາກ​ຊື້​ຄືນ ຈະ​ຂາຍ​ສັດ​ນັ້ນ​ໃຫ້​ຄົນອື່ນ​ຕາມ​ລາຄາ​ທາງການ​ກໍໄດ້.


ລາວ​ຕ້ອງ​ຈ່າຍ​ສິ່ງ​ທີ່​ຍັງ​ຄ້າງ​ຢູ່​ນັ້ນ​ກ່ອນ ແລະ​ຈ່າຍ​ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຄ່າ​ທົດແທນ​ການ​ຫລົງ​ລືມ. ລາວ​ຈະ​ຕ້ອງ​ຈ່າຍ​ສິ່ງ​ເຫຼົ່ານີ້​ໃຫ້​ແກ່​ປະໂຣຫິດ ແລະ​ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka