12 ປະໂຣຫິດຈະຕີລາຄາສັດນັ້ນ ຕາມສຸຂະພາບວ່າດີຫລືບໍ່ດີ; ປະໂຣຫິດກຳນົດລາຄາເທົ່າໃດກໍເປັນເງິນເທົ່ານັ້ນ.
ແລ້ວກະສັດໂຢອາດກໍໄດ້ເອີ້ນພວກປະໂຣຫິດມາພົບ ແລະໄດ້ສັ່ງພວກເຂົາໃຫ້ທ້ອນໂຮມເອົາເງິນ ທີ່ຄົນໄດ້ຈ່າຍຄ່າເຄື່ອງຖວາຍບູຊາໃນວິຫານຂອງພຣະເຈົ້າຢາເວຕາມທຳນຽມ ພ້ອມທັງຈ່າຍຄ່າເຄື່ອງຖວາຍບູຊາເປັນປະຈຳ ແລະເງິນທີ່ປະຊາຊົນໄດ້ນຳມາຖວາຍຕາມໃຈສະໝັກໃນວິຫານຂອງພຣະເຈົ້າຢາເວ.
ແຕ່ຖ້າການບະບົນກ່ຽວຂ້ອງກັບສັດທີ່ເປັນມົນທິນຕາມກົດບັນຍັດ ຊຶ່ງຮັບເອົາເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວບໍ່ໄດ້ ຊາຍຄົນນັ້ນຈະຕ້ອງນຳສັດໄປຫາປະໂຣຫິດ.
ຖ້າຊາຍຄົນນັ້ນຕ້ອງການຊື້ຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາສັດ ແລະຕື່ມອີກຊາວເປີເຊັນຂອງເງິນທີ່ໄດ້ຈ່າຍໄປນັ້ນ.
ປະໂຣຫິດຈະຄິດໄລ່ເບິ່ງລາຄາຂອງໄຮ່ນານັ້ນ ຕາມຈຳນວນປີ ຈົນຮອດຄົບຮອບຫ້າສິບປີຊຸດໜ້າ ແລະຜູ້ນັ້ນຕ້ອງຈ່າຍຄ່າທີ່ດິນໃຫ້ໃນມື້ນັ້ນໂລດ; ເງິນນັ້ນເປັນຂອງພຣະເຈົ້າຢາເວ.