Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:9 - ພຣະຄຳພີສັກສິ

9 ເຮົາ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ສ່ວນ​ເຮົາ​ກໍ​ຈະ​ຖື​ຮັກສາ​ພັນທະສັນຍາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:9
31 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”


ເຮົາ​ໄດ້ຍິນ​ເຈົ້າ​ຂໍຮ້ອງ​ກ່ຽວກັບ​ອິດຊະມາເອນ; ເຮົາ​ຈະ​ອວຍພອນ​ລາວ​ແລະ​ໃຫ້​ລາວ​ມີ​ລູກ​ຫລາຍ​ຄົນ ແລະ​ທັງ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ. ລາວ​ຈະ​ເປັນ​ພໍ່​ຂອງ​ເຈົ້າຊາຍ​ສິບສອງ​ຄົນ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ກາຍເປັນ​ປະເທດ​ທີ່​ຍິ່ງໃຫຍ່.


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ.


ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ. ພວກເຂົາ​ຈະ​ແຜ່ຜາຍ​ຂະຫຍາຍ​ເຂດ​ໄປ​ທົ່ວ​ທຸກ​ທິດ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ເຮົາ​ຈະ​ອວຍພອນ​ບັນດາ​ຊົນຊາດ​ທັງປວງ.


ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໂຜດ​ອວຍພອນ​ການ​ແຕ່ງງານ​ຂອງ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ລູກ​ຢ່າງ​ຫລວງຫລາຍ ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ຫລາຍ​ຊົນຊາດ


ພຣະອົງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍໆ​ຊົນຊາດ; ເຮົາ​ຈະ​ເອົາ​ດິນແດນ​ນີ້ ໃຫ້​ເປັນ​ສົມບັດ​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ຕະຫລອດໄປ.”’


ແຕ່​ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເຈົ້າ. ຈົ່ງ​ເອົາ​ເມຍ, ລູກຊາຍ ແລະ​ພວກ​ລູກໃພ້​ຂອງ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອ.


ຂ້ານ້ອຍ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້​ໃຫ້​ເປັນ​ພວກ​ຂອງ​ພຣະອົງ ຄື​ພວກ​ສຳຄັນ​ຫລາຍ​ທີ່​ມີ​ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່ໄດ້.


ແຕ່​ພຣະເຈົ້າຢາເວ​ຍັງ​ເມດຕາປານີ​ພວກເຂົາ. ພຣະອົງ​ບໍ່​ຍອມ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ແຕ່​ໄດ້​ຊ່ວຍເຫລືອ​ພວກເຂົາ​ໄວ້ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ພຣະອົງ​ບໍ່ໄດ້​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.


ຂ້າພະເຈົ້າ​ຕອບ​ວ່າ, “ພຣະເຈົ້າ​ແຫ່ງ​ສະຫວັນ ຈະ​ໃຫ້​ພວກເຮົາ​ດຳເນີນ​ວຽກງານ​ນີ້​ສຳເລັດ. ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ກຳລັງ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່. ແຕ່​ພວກທ່ານ​ບໍ່ມີ​ສິດ​ໃນ​ສົມບັດ​ສ່ວນ​ໃດໆ​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ແລະ​ທັງ​ບໍ່ມີ​ສ່ວນແບ່ງ​ໃດໆ​ໃນ​ເລື່ອງ​ນີ້​ດ້ວຍ.”


ພຣະອົງ​ໃຫ້​ພວກເພິ່ນ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ດັ່ງ​ໝູ່​ດວງດາວ​ຢູ່​ໃນ​ທ້ອງຟ້າ ໃຫ້​ຕີ​ເອົາ​ດິນແດນ​ໄດ້​ຄື​ບ່ອນ​ພວກເພິ່ນ​ອາໄສ​ຢູ່ ທີ່​ຊົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເພິ່ນ.


ພຣະອົງ​ອວຍພອນ​ຄົນ​ຂອງ​ພຣະອົງ​ໃຫ້​ມີ​ຫລາຍ ແລະ​ຮັກສາ​ຝູງສັດ​ຂອງ​ພວກເຂົາ​ບໍ່​ໃຫ້​ຫລຸດໜ້ອຍ.


ພຣະອົງ​ກ່າວ​ວ່າ, “ເຮົາ​ເຮັດ​ພັນທະສັນຍາ​ໄວ້ ກັບ​ມະນຸດ​ທີ່​ເຮົາ​ໄດ້​ເລືອກເອົາ​ພວກເຂົາ​ນັ້ນ ຄື​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ, ເຮົາ​ໄດ້​ໃຫ້​ຄຳສັນຍາ​ກັບ​ລາວ​ດັ່ງນີ້:


ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.


ພຣະເຈົ້າ​ເບິ່ງ​ເຫັນ​ສະພາບ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ອິດສະຣາເອນ. ສະນັ້ນ ພຣະເຈົ້າ​ຈຶ່ງ​ຫ່ວງໃຍ​ພວກເຂົາ.


ເຮົາ​ຍັງ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ພວກເຂົາ​ໂດຍ​ສັນຍາ​ວ່າ ຈະ​ຍົກ​ດິນແດນ​ການາອານ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ຖານະ​ເປັນ​ຊາວ​ຕ່າງດ້າວ​ນັ້ນ.


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ເຮົາ​ຈະ​ແຕ່ງຕັ້ງ​ໃຫ້​ມີ​ຜູ້​ລ້ຽງດູ​ພວກເຂົາ. ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຢ້ານ ຫລື​ສະທ້ານ​ຕົກໃຈກົວ​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ເຈົ້າ​ໃໝ່ ແລະ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ຢູ່​ຝ່າຍ​ເຈົ້າ​ແລະ​ເຮົາ​ຈະ​ເຮັດ​ໃຫ້​ແນ່ໃຈ​ວ່າ ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ການ​ຄາດ​ໄຖ ແລະ​ການ​ປູກຝັງ​ອີກ.


ຖ້າ​ພວກເຈົ້າ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ ແລະ​ທຳລາຍ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ


ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ມີ​ຝູງສັດ​ມາກມາຍ ແລະ​ມີ​ພືດຜົນ​ອຸດົມສົມບູນ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເພື່ອ​ມອບ​ໃຫ້​ພວກເຈົ້າ.


ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຫລາຍ, ມີ​ພືດຜົນ​ອຸດົມສົມບູນ ແລະ​ມີ​ຝູງງົວ​ແລະ​ຝູງແກະ​ເຕັມ​ຄອກ.


ພຣະອົງ​ຈະ​ຮັກ​ພວກເຈົ້າ​ແລະ​ຈະ​ອວຍພອນ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ຈຳນວນ​ຄົນ​ຫລາຍ​ຂຶ້ນ​ແລະ​ມີ​ລູກຫລານ​ຫລາຍ ພຣະອົງ​ຈະ​ອວຍພອນ​ໄຮ່​ນາ​ຮົ້ວສວນ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ ແລະ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ ໃຫ້​ມີ​ງົວ​ແລະ​ແກະ​ຢ່າງ​ຫລວງຫລາຍ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ທັງໝົດ​ເຫຼົ່ານີ້​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ວ່າ​ຈະ​ມອບ​ໃຫ້​ພວກເຈົ້າ.


ຈະ​ບໍ່​ເໝືອນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັນຍາ ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈູງ​ມື​ຂອງ​ພວກເຂົາ ພາ​ອອກ​ມາ​ຈາກ​ປະເທດ​ເອຢິບ.’ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຂົາ​ເຫຼົ່ານັ້ນ​ບໍ່ໄດ້​ຕັ້ງ​ຢູ່​ໃນ​ພັນທະສັນຍາ​ຂອງເຮົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສົນໃຈ​ຕໍ່​ພວກເຂົາ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka