Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:8 - ພຣະຄຳພີສັກສິ

8 ພວກເຈົ້າ​ຫ້າ​ຄົນ​ຈະ​ຂັບໄລ່​ສັດຕູ​ຮ້ອຍ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ພວກເຈົ້າ​ຮ້ອຍ​ຄົນ​ຈະ​ຂັບໄລ່​ສັດຕູ​ສິບພັນ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ​ຕໍ່ໜ້າ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:8
15 Jak'a apnaqawi uñst'ayäwi  

ຄົນ​ທຳອິດ​ແມ່ນ​ຢາໂຊເບອາມ​ລູກຊາຍ​ຂອງ​ຮັກໂມນ ຜູ້​ທີ່​ເປັນ​ຫົວໜ້າ “ຈອມສາມ​ທະຫານເອກ.” ລາວ​ໃຊ້​ຫອກ​ສູ້ຮົບ​ກັບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ໝົດ​ໃນ​ບັ້ນຮົບ​ດຽວ.


ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ​ເປັນ​ຫົວໜ້າ​ຂອງ “ທະຫານ​ເອກ​ສາມສິບ​ຄົນ. ລາວ​ໄດ້​ໃຊ້​ຫອກ​ຕໍ່ສູ້​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຕາຍ​ໝົດ ແລະ​ລາວ​ຈຶ່ງ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ທ່າມກາງ​ທະຫານ​ເອກ​ສາມ​ຄົນ.”


ໃນລະຫວ່າງນັ້ນ ຝ່າຍ​ຊາວຢິວ​ທີ່​ຢູ່​ຕາມ​ແຂວງ​ຕ່າງໆ​ກໍໄດ້​ຈັດ​ລະບຽບການ​ປ້ອງກັນ​ຕົວເອງ. ພວກເຂົາ​ກຳຈັດ​ລ້າງຜານ​ສັດຕູ​ໂດຍ​ໄດ້​ຂ້າ​ພວກ​ທີ່​ກຽດຊັງ​ພວກ​ຕົນ​ເຈັດສິບຫ້າພັນ​ຄົນ. ແຕ່​ພວກເຂົາ​ບໍ່ໄດ້​ປຸ້ນສະດົມ​ເອົາ​ສິ່ງຂອງ​ໃດໆ​ເລີຍ.


ພວກເຈົ້າ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ທັງຫລາຍ ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມດາບ​ຕໍ່ໜ້າ​ພວກເຈົ້າ;


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ຢ່າ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ເລີຍ ແລະ​ຢ່າສູ່ຢ້ານ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຮົາ​ຈະ​ຊະນະ​ພວກເຂົາ​ຢ່າງ​ງ່າຍດາຍ. ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ ແລະ​ຈະ​ຊົງ​ທຳລາຍ​ບັນດາ​ພະ​ທີ່​ປົກປັກ​ຮັກສາ​ພວກເຂົາ​ໃຫ້​ສູນສິ້ນ​ໄປ​ໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”


ແຕ່ລະເຜົ່າ​ຂອງ​ຊາດ​ອິດສະຣາເອນ​ເກນ​ທະຫານ​ໃຫ້​ໄດ້​ໜຶ່ງພັນ​ຄົນ.”


ພຣະເຈົ້າຢາເວ​ຈະ​ເອົາ​ຊະນະ​ສັດຕູ​ທັງຫລາຍ​ທີ່​ມາ​ໂຈມຕີ​ພວກເຈົ້າ. ພວກເຂົາ​ຈະ​ໂຈມຕີ​ພວກເຈົ້າ​ຈາກ​ທິດດຽວ ແຕ່​ພວກເຂົາ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ຄົນໜຶ່ງ​ໃນ​ພວກເຈົ້າ​ສາມາດ​ເຮັດ​ໃຫ້​ພັນ​ຄົນ​ແລ່ນ​ໜີ​ຈາກ​ພວກເຈົ້າ​ໄດ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ​ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.


ແລ້ວ​ແຊມຊັນ​ກໍ​ເຫັນ​ກະດູກ​ຄາງ​ຂອງ​ລໍ​ທີ່​ຫາ​ກໍ​ຕາຍ ລາວ​ຈຶ່ງ​ຈັບ​ເອົາ​ແລະ​ໃຊ້​ເປັນ​ອາວຸດ​ຂ້າ​ພວກ​ຟີລິດສະຕິນ​ຕາຍ​ໜຶ່ງພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka