Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:7 - ພຣະຄຳພີສັກສິ

7 ພວກເຈົ້າ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ທັງຫລາຍ ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມດາບ​ຕໍ່ໜ້າ​ພວກເຈົ້າ;

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:7
13 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ກໍ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນ​ເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.


ໃນລະຫວ່າງນັ້ນ ຝ່າຍ​ຊາວຢິວ​ທີ່​ຢູ່​ຕາມ​ແຂວງ​ຕ່າງໆ​ກໍໄດ້​ຈັດ​ລະບຽບການ​ປ້ອງກັນ​ຕົວເອງ. ພວກເຂົາ​ກຳຈັດ​ລ້າງຜານ​ສັດຕູ​ໂດຍ​ໄດ້​ຂ້າ​ພວກ​ທີ່​ກຽດຊັງ​ພວກ​ຕົນ​ເຈັດສິບຫ້າພັນ​ຄົນ. ແຕ່​ພວກເຂົາ​ບໍ່ໄດ້​ປຸ້ນສະດົມ​ເອົາ​ສິ່ງຂອງ​ໃດໆ​ເລີຍ.


ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ​ຈະ​ຕ້ອງ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ຢ່າງ​ໜ້າຊື່​ໃຈຄົດ ແລະ​ໂທດກຳ​ຂອງ​ພວກເຂົາ​ຈະ​ມີ​ຢູ່​ຕະຫລອດ.


ເຮົາ​ຈະ​ໃຫ້​ຫລາຍ​ຄົນ​ໃນ​ພວກເຈົ້າ ຄື​ຜູ້​ທີ່​ຢູ່​ໃນ​ຕ່າງຖິ່ນ​ອົກສັ່ນ​ຂວັນເສຍ ຈົນ​ສຽງ​ລົມ​ພັດ​ໃບ​ໄມ້​ກໍ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ເປີດ​ໜີໄປ. ພວກເຈົ້າ​ຈະ​ແລ່ນ​ປົບໜີ​ເໝືອນ​ດັ່ງ​ກັບ​ວ່າ ຖືກ​ສັດຕູ​ໄລ່​ຕິດຕາມ​ໃນ​ສະໜາມຮົບ ແລະ​ພວກເຈົ້າ​ຈະ​ລົ້ມ​ລົງ​ໃນ​ບ່ອນ​ທີ່​ບໍ່ມີ​ສັດຕູ​ໃດໆ​ໄລ່​ມາ​ໃກ້​ພວກເຈົ້າ.


ເຮົາ​ຈະ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ສາມາດ​ນອນຫລັບ​ສະບາຍ​ຢ່າງ​ຫາຍ​ກັງວົນ. ເຮົາ​ຈະ​ກຳຈັດ​ຝູງສັດ​ທີ່​ນຳ​ອັນຕະລາຍ​ມາ​ສູ່​ທີ່​ດິນແດນ​ທຳມາ​ຫາກິນ​ຂອງ​ພວກເຈົ້າ ແລະ​ໃນ​ທີ່ນັ້ນ​ເສິກ​ສົງຄາມ​ຈະ​ບໍ່ມີ​ອີກ​ຕໍ່ໄປ.


ພວກເຈົ້າ​ຫ້າ​ຄົນ​ຈະ​ຂັບໄລ່​ສັດຕູ​ຮ້ອຍ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ພວກເຈົ້າ​ຮ້ອຍ​ຄົນ​ຈະ​ຂັບໄລ່​ສັດຕູ​ສິບພັນ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ​ຕໍ່ໜ້າ​ພວກເຈົ້າ.


ພຣະເຈົ້າຢາເວ​ຈະ​ເອົາ​ຊະນະ​ສັດຕູ​ທັງຫລາຍ​ທີ່​ມາ​ໂຈມຕີ​ພວກເຈົ້າ. ພວກເຂົາ​ຈະ​ໂຈມຕີ​ພວກເຈົ້າ​ຈາກ​ທິດດຽວ ແຕ່​ພວກເຂົາ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ຄົນໜຶ່ງ​ໃນ​ພວກເຈົ້າ​ສາມາດ​ເຮັດ​ໃຫ້​ພັນ​ຄົນ​ແລ່ນ​ໜີ​ຈາກ​ພວກເຈົ້າ​ໄດ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ​ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.


ແລ້ວ​ແຊມຊັນ​ກໍ​ເຫັນ​ກະດູກ​ຄາງ​ຂອງ​ລໍ​ທີ່​ຫາ​ກໍ​ຕາຍ ລາວ​ຈຶ່ງ​ຈັບ​ເອົາ​ແລະ​ໃຊ້​ເປັນ​ອາວຸດ​ຂ້າ​ພວກ​ຟີລິດສະຕິນ​ຕາຍ​ໜຶ່ງພັນ​ຄົນ.


ຝ່າຍ​ບາຣັກ​ກໍ​ໄລ່​ຕາມ​ລົດຮົບ ແລະ​ກອງ​ທະຫານ​ໄປ ຈົນ​ຮອດ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ; ແລ້ວ​ທະຫານ​ທັງໝົດ​ຂອງ​ສີເສຣາ​ກໍ​ຖືກ​ຂ້າ ໂດຍ​ບໍ່ມີ​ໃຜ​ຈັກ​ຄົນ​ລອດຊີວິດ.


ແລ້ວ​ບັນດາ​ຄົນ​ຈາກ​ເຜົ່າ​ເນັບທາລີ, ເຜົ່າ​ອາເຊ ແລະ​ມານາເຊ​ທັງສອງ​ຟາກ​ແມ່ນໍ້າ​ກໍໄດ້​ຖືກ​ເອີ້ນ ໃຫ້​ອອກ​ໄປ​ຕາມ​ໄລ່​ພວກ​ມີດີອານ​ເຊັ່ນກັນ.


ໂຢນາທານ​ຈຶ່ງ​ປີນ​ຊ່ອງແຄບ​ຂຶ້ນ​ໄປ ແລະ​ຊາຍໜຸ່ມ​ນັ້ນ​ກໍຕາມ​ລາວ​ຂຶ້ນ​ໄປ​ຄືກັນ. ໂຢນາທານ​ໂຈມຕີ​ພວກ​ຟີລິດສະຕິນ ໂດຍ​ຊົກ​ຕ່ອຍ​ພວກເຂົາ​ໃຫ້​ລົ້ມລົງ ແລະ​ຊາຍໜຸ່ມ​ຜູ້ນັ້ນ​ກໍ​ເປັນ​ຜູ້​ຂ້າ​ພວກເຂົາ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka