Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:6 - ພຣະຄຳພີສັກສິ

6 ເຮົາ​ຈະ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ສາມາດ​ນອນຫລັບ​ສະບາຍ​ຢ່າງ​ຫາຍ​ກັງວົນ. ເຮົາ​ຈະ​ກຳຈັດ​ຝູງສັດ​ທີ່​ນຳ​ອັນຕະລາຍ​ມາ​ສູ່​ທີ່​ດິນແດນ​ທຳມາ​ຫາກິນ​ຂອງ​ພວກເຈົ້າ ແລະ​ໃນ​ທີ່ນັ້ນ​ເສິກ​ສົງຄາມ​ຈະ​ບໍ່ມີ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:6
43 Jak'a apnaqawi uñst'ayäwi  

ເອລີຊາ​ອວ່າຍໜ້າ​ມາ​ຈ້ອງເບິ່ງ​ພວກເຂົາ ແລະ​ສາບແຊ່ງ​ພວກເຂົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ. ແລ້ວ​ກໍ​ມີ​ໝີແມ່​ສອງ​ໂຕ​ອອກ​ມາ​ແຕ່​ປ່າ ແລະ​ຄຸບ​ເດັກຊາຍ​ສີ່ສິບສອງ​ຄົນ​ນັ້ນ ໃຫ້​ໄດ້​ຮັບ​ບາດເຈັບ​ຢ່າງໜັກ.


ເຖິງ​ຢ່າງໃດ​ກໍຕາມ, ພຣະອົງ​ໄດ້​ສັນຍາ​ກັບ​ພໍ່​ວ່າ ‘ເຈົ້າ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ ຜູ້​ທີ່​ຈະ​ປົກຄອງ​ປະເທດ​ຢ່າງ​ສະຫງົບສຸກ ເພາະ​ເຮົາ​ຈະ​ໃຫ້​ລາວ​ຢູ່ເຢັນ​ເປັນສຸກ​ພົ້ນ​ຈາກ​ສັດຕູ​ທັງປວງ. ລາວ​ຈະ​ຊື່​ວ່າ ໂຊໂລໂມນ ເພາະ​ໃນ​ອານາຈັກ​ຂອງ​ລາວ ເຮົາ​ຈະ​ໃຫ້​ຊາດ​ອິດສະຣາເອນ​ຢູ່ເຢັນ​ເປັນສຸກ ແລະ​ມີ​ຄວາມ​ປອດໄພ.


ສະນັ້ນ ເຢໂຮຊາຟັດ​ຈຶ່ງ​ໄດ້​ປົກຄອງ​ຢ່າງ​ສັນຕິສຸກ ແລະ​ພຣະເຈົ້າ​ໄດ້​ໃຫ້​ເພິ່ນ​ມີ​ຄວາມ​ປອດໄພ​ຮອບດ້ານ.


ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ເຫຼົ່າ​ສັດຕູ​ອີກ​ຕໍ່ໄປ; ແລະ​ຈະ​ມີ​ຫລາຍ​ຄົນ​ໃຫ້​ຄວາມ​ຊ່ວຍເຫລືອ​ເຈົ້າ.


ທົ່ງນາ​ທີ່​ເຈົ້າ​ໄຖ​ນັ້ນ ຈະ​ບໍ່ມີ​ຫີນ​ເຈືອປົນ ໝູ່​ສັດຮ້າຍ​ກໍ​ຈະ​ບໍ່​ມາ​ວົນວາຍ​ທຳຮ້າຍ​ເຈົ້າ.


ຂໍ​ໃຫ້​ຝູງງົວ​ຂອງ​ພວກ​ຂ້ານ້ອຍ​ອອກລູກ​ໃຫ້​ຫລາຍຂຶ້ນ ຂໍ​ຢ່າ​ໃຫ້​ມີ​ສຽງ​ຮ້ອງໄຫ້​ຮໍ່າໄຮ​ຕາມ​ທ້ອງ​ຖະໜົນ​ດ້ວຍ.


ພຣະອົງ​ຮັກສາ​ຊາຍແດນ​ຂອງເຈົ້າ​ໃຫ້​ປອດໄພ ແລະ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ດ້ວຍ​ເຂົ້າບາເລ​ອັນ​ດີເລີດ.


ພຣະເຈົ້າຢາເວ​ໃຫ້​ເຫື່ອແຮງ​ແກ່​ປະຊາຊົນ​ຂອງ​ພຣະອົງ ພຣະເຈົ້າຢາເວ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.


ຂ້ານ້ອຍ​ຢຽດ​ຕົວເນີ້ງ​ແລະ​ນອນນິ້ງ​ຫລັບ​ໄປ ທັງຄືນ​ພຣະເຈົ້າຢາເວ​ຮັກສາ​ຂ້ານ້ອຍ​ໄວ້.


ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ນອນ​ລົງ​ກໍ​ເປັນ​ສຸກໃຈ ເພາະ​ພຣະອົງ​ໂຜດ​ຮັກສາ​ໃຫ້​ປອດໄພ​ຢ່າງດີ​ຍິ່ງ.


ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.


ເຮົາ​ຈະ​ບໍ່​ຂັບໄລ່​ພວກເຂົາ​ອອກ​ໄປ​ໃນ​ລະຫວ່າງ​ປີ​ດຽວກັນ​ໂລດ; ຖ້າ​ເຮົາ​ເຮັດ​ເຊັ່ນນັ້ນ ດິນແດນ​ຈະ​ວ່າງເປົ່າ ແລະ​ສັດປ່າ​ກໍ​ຈະ​ທະວີ​ຫລາຍ​ໂພດ​ສຳລັບ​ພວກເຈົ້າ.


ເຈົ້າ​ຈະ​ບໍ່​ຢ້ານ​ເມື່ອ​ເຈົ້າ​ນັ່ງ​ລົງ ແລະ​ເຈົ້າ​ຈະ​ນອນ​ຫລັບ​ສະໜິດ​ຕະຫລອດ​ຄືນ.


ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ນຳພາ​ເມື່ອ​ເຈົ້າ​ເດີນທາງ ຄຸ້ມຄອງ​ເຈົ້າ​ຍາມ​ກາງຄືນ ແລະ​ແນະນຳ​ເຈົ້າ​ໃນ​ເວລາ​ກາງເວັນ.


ທາງຫລວງ​ສາຍ​ໜຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ມາ ທີ່​ມີ​ຊື່​ວ່າ, “ທາງ​ແຫ່ງ​ຄວາມ​ບໍຣິສຸດ” ອັນ​ແທ້ຈິງ. ຈະ​ບໍ່ມີ​ຄົນບາບ​ເດີນ​ໄປ​ໃນ​ທາງ​ນັ້ນ​ເລີຍ ແມ່ນແຕ່​ຄົນໂງ່​ກໍ​ຈະ​ບໍ່​ຫລົງ​ໃນ​ທາງ​ນັ້ນ.


ໂຕສິງ​ທີ່​ຮ້າຍກາດ​ຈະ​ອາໄສ​ຢູ່​ທີ່ນັ້ນ​ບໍ່ໄດ້​ເລີຍ ສັດຮ້າຍ​ທັງຫລາຍ​ຈະ​ບໍ່​ຜ່ານ​ໄປ​ທາງນັ້ນ ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ໄຖ່​ເອົາ​ມາ ຈະ​ເດີນທາງ​ກັບ​ເມືອ​ບ້ານ​ໂດຍ​ຜ່ານ​ທາງນີ້.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ເມື່ອນັ້ນ​ປະຊາຊົນ​ຈະ​ເວົ້າ​ວ່າ, ‘ຂ້ອຍ​ເຂົ້າ​ໄປ​ນອນ​ແລະ​ຕື່ນ​ຂຶ້ນ​ມາ ດ້ວຍ​ຈິດໃຈ​ຊົມຊື່ນ​ແລະ​ເບີກບານ.’


“ຫລື​ເຮົາ​ອາດ​ສົ່ງ​ສັດປ່າ​ໄປ​ທຳລາຍ​ປະຊາຊົນ ໂດຍ​ກະທຳ​ໃຫ້​ດິນແດນ​ເຕັມ​ແຕ່​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ໄດ້


ຫລື​ເຮົາ​ອາດ​ນຳ​ສົງຄາມ​ມາ​ສູ່​ປະເທດ​ນັ້ນ ທັງ​ນຳ​ອາວຸດ​ອັນ​ຮ້າຍແຮງ​ທີ່ສຸດ​ມາ​ທຳລາຍ​ຊີວິດ​ມະນຸດ ຕະຫລອດ​ທັງ​ສັດ​ທັງຫລາຍ​ໃຫ້​ພິນາດ​ໄປ​ໝົດ


“ເຫດວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ສົ່ງ​ການລົງໂທດ​ອັນ​ຮ້າຍແຮງ​ທີ່ສຸດ​ສີ່​ຢ່າງ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າ​ສັດປ່າ​ທັງຫລາຍ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ທຳລາຍ​ມະນຸດ​ກັບ​ຝູງສັດ​ທັງຫລາຍ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.


ຕົ້ນໄມ້​ຈະ​ເກີດ​ໝາກ, ທົ່ງນາ​ຈະ​ໃຫ້​ຜົນລະປູກ ແລະ​ທຸກຄົນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງຕົນ. ເມື່ອ​ເຮົາ​ໄດ້​ປົດ​ໂສ້​ກັບ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ການ​ເປັນ​ທາດ​ແລ້ວ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ຈະ​ສົ່ງ​ການ​ອຶດຢາກ ແລະ​ຝູງ​ສັດປ່າ​ມາ​ຂ້າ​ລູກ​ຂອງ​ເຈົ້າ ພ້ອມ​ທັງ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ, ການ​ຮຸນແຮງ ແລະ​ສົງຄາມ​ມາ​ຂ້າ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.


ເຮົາ​ຈະ​ຮັກສາ​ຄຳສັນຍາ​ວ່າ​ເຈົ້າ​ເປັນ​ຂອງເຮົາ ແລ້ວ​ເຈົ້າ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ.


“ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກໆ​ບົດ​ຂອງ​ເຮົາ ແລະ​ຈົ່ງ​ຖື​ຮັກສາ​ຄຳສັ່ງ​ທຸກໆ​ຂໍ້​ຂອງ​ເຮົາ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່​ໃນ​ດິນແດນ​ໄດ້​ຢ່າງ​ປອດໄພ.


ທີ່ດິນ​ຈະ​ຜະລິດ​ຜົນລະປູກ​ໃຫ້ ແລະ​ພວກເຈົ້າ​ຈະ​ໄດ້​ກິນ​ຢ່າງ​ອີ່ມໜຳ​ສຳລານ ແລະ​ຈະ​ຢູ່​ໃນ​ປະເທດ​ໄດ້​ຢ່າງ​ປອດໄພ.


ເຮົາ​ຈະ​ໃຫ້​ສັດຮ້າຍ​ມາ​ທຳຮ້າຍ​ລູກ​ຂອງ​ພວກເຈົ້າ​ໃຫ້​ຕາຍ ຝູງສັດ​ຂອງ​ພວກເຈົ້າ​ຈະ​ຈິບຫາຍ ຈົນ​ຕາມ​ຖະໜົນ​ຫົນທາງ​ບໍ່ມີ​ຄົນ​ທຽວ​ໄປມາ​ເລີຍ.


ເຮົາ​ຈະ​ນຳ​ການ​ລົບລາຂ້າຟັນ​ມາ​ເປັນ​ການ​ລົງໂທດ ຍ້ອນ​ວ່າ​ພວກເຈົ້າ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ແລະ​ຖ້າ​ພວກເຈົ້າ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ທີ່​ປອດໄພ ເຮົາ​ກໍ​ຈະ​ສົ່ງ​ໂຣກ​ລະບາດ​ມາ​ໃນ​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ບີບ​ບັງຄັບ​ໃຫ້​ຍອມ​ຈຳນົນ​ແກ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


ພວກເຈົ້າ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ທັງຫລາຍ ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມດາບ​ຕໍ່ໜ້າ​ພວກເຈົ້າ;


ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ຍ້າຍ​ລົດຮົບ​ອອກ​ຈາກ​ເອຟຣາອີມ ແລະ​ນຳ​ຝູງ​ມ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ດ້ວຍ; ໜ້າທະນູ​ທີ່​ໄດ້​ໃຊ້​ໃນ​ສະໜາມຮົບ​ຈະ​ຖືກ​ທຳລາຍ ພຣະອົງ​ຈະ​ສ້າງ​ສັນຕິສຸກ​ໃນ​ທ່າມກາງ​ຊົນຊາດ; ເພິ່ນ​ຈະ​ປົກຄອງ​ຈາກ​ທະເລ​ນີ້​ເຖິງ​ທະເລ​ນັ້ນ ແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ໃນ​ກາງຄືນ ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ໃຫ້​ປະຊາຊົນ​ນັ້ນ ເປໂຕ​ກໍ​ນອນ​ຫລັບ​ຢູ່​ລະຫວ່າງ​ທະຫານ​ຍາມ​ສອງ​ຄົນ ໂດຍ​ມີ​ໂສ້​ສອງ​ເສັ້ນ​ລ່າມ​ເປໂຕ​ໄວ້ ແລະ​ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ເຝົ້າ​ຢູ່.


ດ້ວຍເຫດນີ້ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ແລ້ວ​ພວກເຮົາ​ຈຶ່ງ​ມີ ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka