Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:5 - ພຣະຄຳພີສັກສິ

5 ຜົນລະປູກ​ຂອງ​ພວກເຈົ້າ​ຈະ​ມີ​ຫລາຍ ຈົນ​ພວກເຈົ້າ​ຈະ​ຍັງ​ເກັບກ່ຽວ​ເຂົ້າ​ຢູ່ ເມື່ອ​ເຖິງ​ລະດູ​ເກັບ​ໝາກອະງຸ່ນ ແລະ​ພວກເຈົ້າ​ຍັງ​ຈະ​ເກັບ​ໝາກອະງຸ່ນ​ຢູ່​ເມື່ອ​ເຖິງ​ລະດູ​ປູກ​ເຂົ້າ. ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ກິນ ແລະ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:5
26 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ເລົ້າ​ເຕັມ​ໄປ​ດ້ວຍ​ພືດຜົນ​ນາໆ​ຊະນິດ ຂໍ​ໃຫ້​ຝູງແກະ​ອອກລູກ​ໄດ້​ເປັນ​ພັນໆ​ຕາມ​ທົ່ງ​ເຖີດ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ເປັນ​ທີ່ເພິ່ງ ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ.


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ແຕ່​ຜູ້ໃດ​ກໍຕາມ​ທີ່​ຟັງ​ເຮົາ​ຈະ​ປອດໄພ ແລະ​ຈະ​ມີ​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານ​ອັນຕະລາຍ​ໃດໆ​ທັງສິ້ນ.”


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.


ເມື່ອໃດ​ພວກເຈົ້າ​ປູກຝັງ​ພືດພັນ ພຣະອົງ​ຈະ​ສົ່ງ​ຝົນ​ມາ​ຫລໍ່ລ້ຽງ​ໃຫ້​ໃຫຍ່​ຂຶ້ນ ພ້ອມ​ຈະ​ໃຫ້​ພວກເຈົ້າ​ເກັບກ່ຽວ​ໄດ້​ຢ່າງ​ອຸດົມສົມບູນ ແລະ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ຫຍ້າ​ກິນ​ຢ່າງ​ອຸດົມສົມບູນ.


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.


ເຮົາ​ຈະ​ຮັກສາ​ຄຳສັນຍາ​ວ່າ​ເຈົ້າ​ເປັນ​ຂອງເຮົາ ແລ້ວ​ເຈົ້າ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ຕອບ​ພວກເຂົາ​ວ່າ, “ບັດນີ້ ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ແລະ​ພວກເຈົ້າ​ຈະ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຊົນຊາດ​ອື່ນ​ຈະ​ບໍ່​ຫຍໍ້ຫຍັນ​ພວກເຈົ້າ​ຕໍ່ໄປ​ອີກ.


ຝູງສັດ​ເອີຍ ຢ່າ​ສູ່​ຢ້ານ​ແຕ່​ປະການ​ໃດ​ເລີຍ ທີ່​ທົ່ງ​ລ້ຽງ​ສັດ​ຕ່າງໆ ກໍ​ມີ​ຫຍ້າຂຽວ​ສົດ​ແລ້ວ; ຕົ້ນໄມ້​ຕ່າງໆ ກໍ​ເກີດໝາກ​ເກີດຜົນ ໝາກເດື່ອ​ແລະ​ໝາກອະງຸ່ນ​ກໍ​ມີ​ເຕັມ​ຢູ່.


ບັດນີ້ ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຈົ່ງ​ພາກັນ​ຍົກຍໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເຮັດ​ສິ່ງ​ໜ້າງຶດງໍ້​ຕ່າງໆ​ໃຫ້​ພວກເຈົ້າ​ເຫັນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ເມື່ອ​ຕົ້ນ​ເຂົ້າ​ຈະ​ໃຫຍ່​ໄວ​ກ່ອນ​ເວລາ​ພໍ​ກ່ຽວ ແລະ​ໝາກອະງຸ່ນ​ກໍ​ໃຫຍ່​ໄວ​ກ່ອນ​ເວລາ​ບີບ​ອະງຸ່ນ ນໍ້າ​ອະງຸ່ນ​ຈະ​ຍ້ອຍ​ລົງ​ຈາກ​ພູເຂົາ ແລະ​ໄຫລ​ສູ່​ພູນ້ອຍ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.”


ທັງ​ຫຍ້າ​ສຳລັບ​ຝູງສັດ​ດ້ວຍ. ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຕາມ​ຄວາມ​ຕ້ອງການ.


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka