Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:45 - ພຣະຄຳພີສັກສິ

45 ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ສຳແດງ​ໃຫ້​ທຸກ​ຊົນຊາດ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ໂດຍ​ໄດ້​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ແມ່ນ​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:45
26 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ຈົ່ງ​ຈົດຈຳ​ຢູ່​ສະເໝີ​ວ່າ​ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ປົກປັກ​ຮັກສາ​ເຈົ້າ ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ຈະ​ບໍ່​ໜີໄປ​ຈາກ​ເຈົ້າ ຈົນກວ່າ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ.”


ເມື່ອນັ້ນ ເຮົາ​ກໍ​ຈະ​ນຶກ​ເຖິງ​ພັນທະສັນຍາ ທີ່​ເຮົາ​ໃຫ້​ແກ່​ເຈົ້າ ແລະ​ສັດ​ທັງປວງ​ວ່າ ເຮົາ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ອີກ​ຈັກເທື່ອ.


ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.


ພຣະເຈົ້າ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄວນຄາງ​ຂອງ​ພວກເຂົາ ແລະ​ລະນຶກເຖິງ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ນັ້ນ​ວ່າ ຈະ​ມອບ​ໃຫ້​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ແລະ​ເຮົາ​ຈະ​ມອບ​ດິນແດນ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ແຕ່​ເຮົາ​ບໍ່ໄດ້​ກະທຳ ເພາະ​ມັນ​ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ທີ່​ໄດ້​ເຫັນ​ເຮົາ ນຳພາ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ເຮົາ​ແມ່ນ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ.


ແລະ​ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ດິນແດນ​ການາອານ​ໃຫ້​ແກ່​ພວກເຈົ້າ ແລະ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.


ແຕ່​ຖ້າ​ການ​ສະດຸດ​ລົ້ມ​ລົງ​ຂອງ​ຄົນ​ອິດສະຣາເອນ ໄດ້​ນຳ​ເອົາ​ພຣະພອນ​ອັນ​ໃຫຍ່​ມາ​ສູ່​ຊາວ​ໂລກ ແລະ​ຖ້າ​ຄວາມ​ພ່າຍແພ້​ຂອງ​ພວກເຂົາ ເປັນ​ເຫດ​ໃຫ້​ເກີດ​ຄວາມ​ສົມບູນ​ຂຶ້ນ ຫາກ​ໄດ້​ພວກເຂົາ​ເຂົ້າ​ມາ​ເພີ່ມ​ດ້ວຍ ກໍ​ຈະ​ມີ​ພຣະພອນ​ດີກວ່າ​ນັ້ນ​ຈັກ​ພຽງ​ໃດ​ໜໍ.


ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ພຣະເຈົ້າ​ອົງ​ຊົງ​ເມດຕາ ພຣະອົງ​ຈະ​ບໍ່​ປະຖິ້ມ​ຫລື​ທຳລາຍ​ພວກເຈົ້າ ພຣະອົງ​ຈະ​ບໍ່​ລືມ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ໂຜດ​ຈົດຈຳ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ຢ່າ​ສົນໃຈ​ໃນ​ຄວາມ​ດື້ດຶງ, ຄວາມ​ຊົ່ວຮ້າຍ ແລະ​ບາບ​ຂອງ​ປະຊາຊົນ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka