Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:42 - ພຣະຄຳພີສັກສິ

42 ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ຂອງເຮົາ ທີ່​ໄດ້​ມີ​ໄວ້​ກັບ​ຢາໂຄບ, ອີຊາກ ແລະ​ອັບຣາຮາມ ແລະ​ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ຂອງເຮົາ​ໃໝ່ ເພື່ອ​ມອບ​ດິນແດນ​ໃຫ້​ປະຊາຊົນ​ຂອງເຮົາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:42
26 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ໄປ​ປະເທດ​ເອຢິບ; ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ຢູ່.


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ເຮົາ​ຈະ​ອວຍພອນ​ເຈົ້າ ເພາະ​ອັບຣາຮາມ​ເຊື່ອຟັງ​ເຮົາ ໂດຍ​ໄດ້​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ.”


ແລະ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ຂ້າງ​ລາວ. ພຣະອົງ​ກ່າວ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ປູ່​ຂອງ​ເຈົ້າ​ແລະ​ພຣະເຈົ້າ​ຂອງ​ອີຊາກ; ເຮົາ​ຈະ​ມອບ​ດິນແດນ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່​ນີ້​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.


ຈົ່ງ​ຈົດຈຳ​ຢູ່​ສະເໝີ​ວ່າ​ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ປົກປັກ​ຮັກສາ​ເຈົ້າ ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ຈະ​ບໍ່​ໜີໄປ​ຈາກ​ເຈົ້າ ຈົນກວ່າ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ.”


ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.


ເຮົາ​ຈະ​ມອບ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ​ແລະ​ອີຊາກ​ນັ້ນ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ສືບຕໍ່​ກັນ​ໄປ.”


ເມື່ອນັ້ນ ເຮົາ​ກໍ​ຈະ​ນຶກ​ເຖິງ​ພັນທະສັນຍາ ທີ່​ເຮົາ​ໃຫ້​ແກ່​ເຈົ້າ ແລະ​ສັດ​ທັງປວງ​ວ່າ ເຮົາ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ອີກ​ຈັກເທື່ອ.


ເມື່ອ​ຮຸ້ງ​ປາກົດ​ຂຶ້ນ​ໃນ​ເມກ ເຮົາ​ຈະ​ເຫັນ ແລະ​ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ອັນ​ຕະຫລອດໄປ ລະຫວ່າງ​ເຮົາ​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ແຜ່ນດິນ​ໂລກ.”


ໃນ​ເວລາ​ຢ່າງ​ນີ້​ຖ້າ​ເຈົ້າ​ມິດງຽບ​ຢູ່ ສະຫວັນ​ຈະ​ຊ່ວຍເຫລືອ​ພວກ​ຢິວ ແລະ​ພວກເຂົາ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຝ່າຍ​ເຈົ້າ​ຈະ​ຕາຍ ແລະ​ຄອບຄົວ​ຂອງ​ພໍ່​ເຈົ້າ​ກໍ​ຈະ​ເຖິງ​ຈຸດຈົບ. ບາງທີ​ການ​ທີ່​ເຈົ້າ​ໄດ້​ເປັນ​ຣາຊີນີ​ກໍ​ເພື່ອ​ໃນ​ຍາມ​ຄັບຂັນ​ເຊັ່ນນີ້ແຫລະ ໃຜ​ຈະ​ຮູ້​ໄດ້?”


ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.


ເມື່ອ​ພວກເຮົາ​ປະລາໄຊ ພຣະອົງ​ບໍ່ໄດ້​ລືມໄລ​ພວກເຮົາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພຣະເຈົ້າ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄວນຄາງ​ຂອງ​ພວກເຂົາ ແລະ​ລະນຶກເຖິງ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


ມາບັດນີ້ ເຮົາ​ໄດ້ຍິນ​ສຽງ​ຄວນຄາງ​ຂອງ​ຊາວ​ອິດສະຣາເອນ ຜູ້​ທີ່​ຖືກ​ຊາວ​ເອຢິບ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້ ແລະ​ເຮົາ​ໄດ້​ຈົດຈຳ​ພັນທະສັນຍາ​ຂອງເຮົາ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ແຕ່​ເຮົາ​ຈະ​ເຮັດ​ຕາມ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ເຈົ້າ​ເມື່ອ​ຄາວ​ເຈົ້າ​ຍັງ​ໜຸ່ມນ້ອຍ ແລະ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຍືນຍົງ​ຕະຫລອດໄປ​ກັບ​ເຈົ້າ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໃຫ້​ຄວາມ​ເປັນຫ່ວງ​ແກ່​ດິນແດນ ຂອງ​ພຣະອົງ​ແລະ​ອີດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ


ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ພຣະເຈົ້າ​ອົງ​ຊົງ​ເມດຕາ ພຣະອົງ​ຈະ​ບໍ່​ປະຖິ້ມ​ຫລື​ທຳລາຍ​ພວກເຈົ້າ ພຣະອົງ​ຈະ​ບໍ່​ລືມ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ໂຜດ​ຈົດຈຳ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ຢ່າ​ສົນໃຈ​ໃນ​ຄວາມ​ດື້ດຶງ, ຄວາມ​ຊົ່ວຮ້າຍ ແລະ​ບາບ​ຂອງ​ປະຊາຊົນ​ເຫຼົ່ານີ້.


ຢູ່​ຕໍ່ມາ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ຈາກ​ເມືອງ​ກິນການ ໄປ​ທີ່​ເມືອງ​ໂບກິມ. ເທວະດາ​ຕົນ​ນີ້​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ ‘ເຮົາ​ຈະ​ບໍ່​ລຶບລ້າງ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ພວກເຈົ້າ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka