Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:41 - ພຣະຄຳພີສັກສິ

41 ອັນ​ເປັນ​ຕົ້ນເຫດ​ໃຫ້​ເຮົາ​ຫັນ​ມາ​ຕໍ່ສູ້​ພວກເຂົາ ແລະ​ສົ່ງ​ພວກເຂົາ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ. ໃນທີ່ສຸດ ເມື່ອ​ເຊື້ອສາຍ​ຂອງ​ພວກເຂົາ​ຍອມ​ຖ່ອມຕົວ​ລົງ ແລະ​ຍອມ​ຮັບ​ໂທດ ອັນ​ເນື່ອງ​ມາ​ຈາກ​ການບາບ ແລະ​ການ​ກະບົດ​ຂອງ​ພວກເຂົາ​ນັ້ນ​ແລ້ວ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:41
39 Jak'a apnaqawi uñst'ayäwi  

“ເຈົ້າ​ເຫັນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ອາຮາບ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ເຮົາ​ຢ່າງໃດ? ຍ້ອນ​ລາວ​ໄດ້​ຖ່ອມຕົວ​ຢ່າງນີ້ ເຮົາ​ຈະ​ບໍ່​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ລາວ ໃນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ; ແຕ່​ເຮົາ​ຈະ​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ຄອບຄົວ​ຂອງ​ອາຮາບ​ໃນ​ສະໄໝ​ລູກຊາຍ​ຂອງ​ລາວ.”


ຍ້ອນ​ເພິ່ນ​ຍອມ​ຈຳນົນ​ແກ່​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ບໍ່​ໂກດຮ້າຍ​ເພິ່ນ​ຮຸນແຮງ​ຈົນ​ຕ້ອງ​ທຳລາຍ​ເພິ່ນ ແລະ​ເຫດການ​ໃນ​ຢູດາຍ​ຈຶ່ງ​ເປັນ​ໄປ​ໂດຍ​ດີ.


ແຕ່​ໃນທີ່ສຸດ ເຮເຊກີຢາ​ແລະ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ຖ່ອມຕົວ​ລົງ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່ໄດ້​ລົງໂທດ​ປະຊາຊົນ ຈົນກວ່າ​ເຮເຊກີຢາ​ໄດ້​ຕາຍໄປ.


ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.


ແຕ່​ຕ່າງ​ກັບ​ພໍ່ ຄື​ເພິ່ນ​ບໍ່​ຍອມ​ຖ່ອມໃຈ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ແລະ​ຍິ່ງ​ເຮັດ​ບາບ​ຫລາຍກວ່າ​ພໍ່​ອີກ​ຊໍ້າ.


ເຖິງ​ແມ່ນ​ວ່າ ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ເພື່ອ​ເປັນ​ການລົງໂທດ ເພາະ​ບາບ​ແລະ​ຄວາມຜິດ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ຮູ້​ດີ​ວ່າ ພຣະອົງ​ຄື​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໄດ້​ລົງໂທດ​ພວກ​ຂ້ານ້ອຍ​ນີ້ ໜ້ອຍກວ່າ​ທີ່​ພວກ​ຂ້ານ້ອຍ​ສົມຄວນ​ຈະ​ໄດ້​ຮັບ ແລະ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ຍຸດຕິທຳ, ແຕ່​ພຣະອົງ​ກໍ​ປ່ອຍ​ພວກ​ຂ້ານ້ອຍ​ໃຫ້​ຍັງ​ມີ​ຊີວິດ​ຢູ່. ພວກ​ຂ້ານ້ອຍ​ຂໍ​ສາລະພາບ​ຄວາມຜິດ​ຂອງ​ພວກ​ຂ້ານ້ອຍ​ຕໍ່​ພຣະອົງ; ພວກ​ຂ້ານ້ອຍ​ບໍ່ມີ​ສິດ​ຫຍັງ​ທີ່​ຈະ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ.”


ຖືກຕ້ອງ​ແລ້ວ​ທີ່​ຊົງ​ລົງໂທດ​ພວກ​ຂ້ານ້ອຍ ເພາະ​ພຣະອົງ​ສັດຊື່ ໃນ​ຂະນະທີ່​ພວກ​ຂ້ານ້ອຍ​ເຮັດ​ບາບ.


ຂ້ານ້ອຍ​ຈະ​ມິດງຽບ​ແລະ​ຈະ​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ ເພາະວ່າ​ພຣະອົງ​ໃຫ້​ເຮັດ​ຢູ່​ຢ່າງນີ້.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ແດ່​ຈະ​ຟັງ​ຂ້ານ້ອຍ ຖ້າ​ຂ້ານ້ອຍ​ບອກ ແລະ​ເຕືອນ​ພວກເຂົາ? ພວກເຂົາ​ດື້ດ້ານ ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຫົວເລາະ​ໃສ່​ສິ່ງ​ທີ່​ພຣະອົງ​ບອກ​ໃຫ້​ຂ້ານ້ອຍ​ກ່າວ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ທຸກສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ມີ​ເຫດຜົນ​ດີ​ທັງໝົດ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ແລ້ວ​ພວກເຈົ້າ​ກໍ​ຈະ​ລະນຶກເຖິງ​ສິ່ງ​ອັນ​ໜ້າລະອາຍ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ການ​ທີ່​ພວກເຈົ້າ​ໄດ້​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ. ພວກເຈົ້າ​ຈະ​ກຽດຊັງ​ພວກ​ເຈົ້າເອງ​ຍ້ອນ​ສິ່ງ​ຊົ່ວຊ້າ​ທີ່​ພວກເຈົ້າ​ໄດ້​ເຮັດ.


ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ໂດຍ​ຍອມ​ໃຫ້​ຊາວ​ຕ່າງດ້າວ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຄື​ປະຊາຊົນ​ທີ່​ບໍ່​ເຊື່ອຟັງ​ເຮົາ​ນັ້ນ ເຂົ້າ​ໄປ​ໃນ​ພຣະວິຫານ​ເມື່ອ​ພວກເຂົາ​ກຳລັງ​ຖວາຍ​ໄຂມັນ ແລະ​ເລືອດ​ໃຫ້​ແກ່​ເຮົາ. ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທັງໝົດ​ເຫຼົ່ານັ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ ບໍ່ມີ​ຄົນຕ່າງຊາດ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຜູ້ໜຶ່ງ​ຜູ້ໃດ ຄື​ຜູ້​ທີ່​ບໍ່​ເຊື່ອຟັງ​ເຮົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງເຮົາ ແມ່ນແຕ່​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ກໍຕາມ ພວກເຂົາ​ຈະ​ເຂົ້າ​ໄປ​ບໍ່ໄດ້​ເດັດຂາດ.”


ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.


ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ລາວ​ຕ້ອງ​ສາລະພາບ​ຄວາມຜິດ​ຂອງຕົນ ແລະ​ໃຫ້​ໃຊ້​ແທນຄືນ​ແກ່​ຜູ້​ທີ່​ຕົນ​ໄດ້​ເຮັດ​ຜິດ​ນັ້ນ ທັງ​ຕື່ມ​ອີກ​ຊາວ​ເປີເຊັນ.


ຜູ້ໃດ​ທີ່​ຍົກ​ຕົວ​ຂຶ້ນ ຜູ້​ນັ້ນ​ຈະ​ຖືກ​ລົດ​ໃຫ້​ນ້ອຍ​ລົງ ແລະ​ຜູ້ໃດ​ທີ່​ຖ່ອມຕົວ​ລົງ ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ.”


ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”


ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ນີ້​ແຫຼະ ເມື່ອ​ກັບ​ລົງ​ໄປ​ທີ່​ເຮືອນ​ຂອງຕົນ​ກໍ​ຊົງ​ນັບ​ວ່າ ລາວ​ຊອບທຳ​ຫລາຍກວ່າ​ຄົນອື່ນ​ນັ້ນ ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອຍ​ລົງ ແຕ່​ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ.”


ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເຫດສະນັ້ນ ຈົ່ງ​ຮັບ​ພິທີຕັດ ໃນ​ໃຈ ແລະ​ຢ່າ​ດື້ດຶງ​ຕໍ່ໄປ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ ແລະ​ລູກຫລານ ມີ​ໃຈ​ເຊື່ອຟັງ​ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ ແລະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ໄດ້.


ແລະ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ຄົນ​ຍັງ​ຈະ​ຮ້ອງເພງ​ນີ້​ຢູ່​ຕໍ່ໄປ ແລະ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງ​ຄວາມຈິງ​ຕໍ່ສູ້​ພວກເຂົາ. ແມ່ນແຕ່​ເວລາ​ນີ້ ກ່ອນ​ເຮົາ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ພວກເຂົາ ເຮົາ​ກໍ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ​ແລ້ວ.”


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ໃນ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພິທີຕັດ​ແລ້ວ ບໍ່ແມ່ນ​ພິທີຕັດ​ທີ່​ເຮັດ​ໂດຍ​ມື​ມະນຸດ ແຕ່​ແມ່ນ​ພິທີຕັດ​ທີ່​ກະທຳ​ໂດຍ​ພຣະຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິເລດ​ຕັນຫາ​ຂອງ​ເນື້ອກາຍ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka