40 ແຕ່ຖ້າພວກເຈົ້າຈະສາລະພາບການບາບຂອງພວກເຂົາ ແລະການບາບຂອງບັນພະບຸລຸດຜູ້ທີ່ໄດ້ກະບົດຕໍ່ເຮົາ
ຂໍໂຜດຟັງຄຳພາວັນນາອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ ແລະພາວັນນາອະທິຖານຫາພຣະອົງ ໂດຍສາລະພາບວ່າພວກເຂົາເປັນຄົນບາບ ແລະຊົ່ວຊ້າ; ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍເທີ້ນ
ຢູ່ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ຢ່າງຈິງໃຈແທ້ ແລະພາວັນນາອະທິຖານຫາພຣະອົງ ໂດຍປິ່ນໜ້າມາທາງດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ຄືເມືອງທີ່ພຣະອົງໄດ້ເລືອກໄວ້ ແລະປິ່ນໜ້າມາທາງວິຫານນີ້ ທີ່ຂ້ານ້ອຍໄດ້ສ້າງສຳລັບນາມຊື່ຂອງພຣະອົງ;
ບັດນີ້ ໃຫ້ພວກທ່ານສາລະພາບບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກທ່ານ ແລະປະພຶດໃຫ້ພຣະອົງພໍພຣະໄທ. ຈົ່ງແຍກຕົວອອກຈາກຄົນຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກເຮົາ ແລະກຳຈັດພວກເມຍຕ່າງຊາດຂອງພວກເຈົ້າໃຫ້ອອກໜີໄປເສຍ.”
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຊົງຍຸດຕິທຳ, ແຕ່ພຣະອົງກໍປ່ອຍພວກຂ້ານ້ອຍໃຫ້ຍັງມີຊີວິດຢູ່. ພວກຂ້ານ້ອຍຂໍສາລະພາບຄວາມຜິດຂອງພວກຂ້ານ້ອຍຕໍ່ພຣະອົງ; ພວກຂ້ານ້ອຍບໍ່ມີສິດຫຍັງທີ່ຈະເຂົ້າມາຢູ່ຊ້ອງໜ້າພຣະອົງ.”
ຂ້າພະເຈົ້າກ່າວວ່າ, “ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍລະອາຍທີ່ຈະເງີຍໜ້າຂຶ້ນຕໍ່ໜ້າພຣະອົງ. ບາບຂອງພວກຂ້ານ້ອຍສູງຂຶ້ນເໜືອຫົວແລ້ວ; ມັນສູງຈຸຟ້າສະຫວັນ.
ແລ້ວຂ້ານ້ອຍກໍສາລະພາບບາບຕໍ່ພຣະເຈົ້າຢາເວໂດຍບໍ່ໄດ້ປິດບັງຫຍັງ ຄືການເຮັດຜິດຂອງຂ້ານ້ອຍທຸກຢ່າງນັ້ນ. ຂ້ານ້ອຍໄດ້ຕັດສິນໃຈຄັກແນ່ແລ້ວວ່າ ສາລະພາບຕໍ່ພຣະອົງ ການບາບທັງໝົດຂອງຂ້ານ້ອຍກໍຖືກອະໄພແລ້ວ.
ຜູ້ທີ່ຊ້ອນເຊື່ອງບາບກຳໄວ້ ຊີວິດຈະບໍ່ຈະເລີນຮຸ່ງເຮືອງ. ຜູ້ທີ່ສາລະພາບບາບກຳຂອງຕົນ ພຣະເຈົ້າຈະເມດຕາຜູ້ນັ້ນ.
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ ຈຶ່ງຮັບຮູ້ບາບກຳທີ່ບັນພະບຸລຸດໄດ້ກະທຳນັ້ນ ຄືການບາບທີ່ພວກຂ້ານ້ອຍໄດ້ເຮັດມາ ຊຶ່ງເປັນຄວາມຜິດຕໍ່ສູ້ພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເບິ່ງຂ້ານ້ອຍດ້ວຍ ເຈັບປວດແລະທຸກໃຈເຫຼືອທີ່ຈະກ່າວ ຫົວໃຈຂ້ານ້ອຍເຈັບປວດເພາະມີບາບໜາ ຄົນຂ້າກັນຕາມຖະໜົນ ມີຄົນຕາຍທີ່ເຮືອນດ້ວຍ.
ແລ້ວພວກເຈົ້າກໍຈະຮູ້ວ່າ ທຸກສິ່ງທີ່ເຮົາໄດ້ເຮັດນັ້ນມີເຫດຜົນດີທັງໝົດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ພວກເຈົ້າຈະຈົດຈຳຄວາມປະພຶດຊົ່ວ ແລະການເຮັດຜິດຕ່າງໆ ທີ່ພວກເຈົ້າໄດ້ກະທຳ ແລະພວກເຈົ້າຈະເບື່ອໜ່າຍຕົນເອງ ເພາະການບາບແລະການອະທຳທີ່ພວກເຈົ້າໄດ້ເຮັດນັ້ນ.
ເຮົາຈະປະຖິ້ມປະຊາຊົນຂອງເຮົາຍ້ອນການບາບຂອງພວກເຂົາ ຈົນກວ່າພວກເຂົາໄດ້ທົນທຸກທໍລະມານພຽງພໍ ແລະມາຊອກສະແຫວງຫາເຮົາ. ແລ້ວບາງທີຍ້ອນຄວາມທຸກທໍລະມານນັ້ນ ພວກເຂົາຈະພະຍາຍາມຊອກຫາເຮົາກໍໄດ້.”
ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານເຮົາ ແລະປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກຳໃຫ້ແກ່ພວກເຈົ້າ ຕາມໂທດກຳທີ່ພວກເຈົ້າສົມຄວນໄດ້ຮັບອີກເຖິງເຈັດເທົ່າ.
ເຮົາກໍຈະຫັນມາຕໍ່ສູ້ພວກເຈົ້າ ແລະເຮົາຈະລົງໂທດບາບກຳຂອງພວກເຈົ້າໃຫ້ໜັກກວ່າເກົ່າອີກເຖິງເຈັດເທົ່າ.
ເມື່ອບຸກຄົນໜຶ່ງກະທຳຜິດ ລາວຕ້ອງສາລະພາບບາບຂອງຕົນ
ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ.
ພວກເຂົາພາກັນໄປຫາປະຊາຊົນຣູເບັນ, ກາດ ແລະມານາເຊຕາເວັນອອກທີ່ດິນແດນກີເລອາດ,
ສະນັ້ນ ໂຢຊວຍຈຶ່ງໄດ້ກ່າວແກ່ອາການວ່າ, “ລູກເອີຍ ຂໍໃຫ້ເຈົ້າຈົ່ງຖວາຍສະຫງ່າຣາສີຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ແລະສາລະພາບຜິດບາບຕໍ່ພຣະອົງສາ. ຈົ່ງບອກເຮົາມາດຽວນີ້ວ່າເຈົ້າໄດ້ເຮັດຫຍັງແດ່? ຢ່າພະຍາຍາມປິດບັງເຮົາເລີຍ.”