4 ເຮົາກໍຈະໃຫ້ຝົນຕົກຕາມລະດູການ ເພື່ອທີ່ດິນຈະຜະລິດຜົນລະປູກໄດ້ຫລາຍ ແລະຕົ້ນໄມ້ກໍຈະເກີດໝາກຫລາຍ.
ຍັງມີຜູ້ທຳນວາຍຄົນໜຶ່ງຊື່ວ່າເອລີຢາ ໄທເມືອງຕີຊະເບໃນເຂດກີເລອາດໄດ້ບອກກະສັດອາຮາບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນອົງຊົງພຣະຊົນຢູ່ທີ່ຂ້ານ້ອຍຮັບໃຊ້ຢູ່ນີ້; ໃນສອງຫລືສາມປີຂ້າງໜ້າຈະບໍ່ມີນໍ້າໝອກຫລືນໍ້າຝົນ ຈົນກວ່າຂ້ານ້ອຍຈະສັ່ງໃຫ້ມີ.”
ພຣະອົງໃຫ້ຝົນຕົກມາໃສ່ທົ່ວທັງດິນແດນ ແລະໃຫ້ທົ່ງໄຮ່ທົ່ງນາມີນໍ້າເພື່ອຫລໍ່ລ້ຽງ.
ຈາກທ້ອງຟ້າພຣະອົງໃຫ້ຝົນຕົກໃສ່ພູທັງຫລາຍ ແລະພຣະພອນກໍເຕັມໄປທົ່ວທັງແຜ່ນດິນໂລກ.
ທີ່ດິນເກີດຜົນລະປູກໃຫ້ໄດ້ເກັບກ່ຽວ, ພຣະເຈົ້າ, ພຣະເຈົ້າຂອງພວກເຮົາໄດ້ອວຍພຣະພອນແກ່ພວກເຮົາ.
ພຣະເຈົ້າໄດ້ອວຍພອນແກ່ພວກເຮົາ ຂໍໃຫ້ປະຊາຊົນທັງໝົດທີ່ສຸດປາຍແຜ່ນດິນໂລກ ຈົ່ງຖວາຍພຣະກຽດແດ່ພຣະອົງ.
ພຣະອົງໄດ້ເທຫ່າຝົນລົງໃສ່ຢ່າງອຸດົມສົມບູນ ໃຫ້ດິນແດນທີ່ຊຸດໂຊມອຸດົມສົມບູນຂຶ້ນໃໝ່
ພຣະເຈົ້າຢາເວຈະເຮັດໃຫ້ພວກເຮົາຈະເລີນຮຸ່ງເຮືອງ ດິນແດນຂອງພວກເຮົາຈະໄດ້ເກັບກ່ຽວຢ່າງດີ.
ຄວາມຊອບທຳຈະໄປກ່ອນໜ້າພຣະອົງ ແລະຈັດຕຽມຫົນທາງໄວ້ສຳລັບພຣະອົງດ້ວຍ.
ເມື່ອໃດພວກເຈົ້າປູກຝັງພືດພັນ ພຣະອົງຈະສົ່ງຝົນມາຫລໍ່ລ້ຽງໃຫ້ໃຫຍ່ຂຶ້ນ ພ້ອມຈະໃຫ້ພວກເຈົ້າເກັບກ່ຽວໄດ້ຢ່າງອຸດົມສົມບູນ ແລະຝູງສັດຂອງພວກເຈົ້າກໍຈະມີຫຍ້າກິນຢ່າງອຸດົມສົມບູນ.
ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້.
ເຮົາຈະເຮັດໃຫ້ຕົ້ນໄມ້ ແລະທົ່ງນາຂອງພວກເຈົ້າເກີດຜົນຫລາຍ ເພື່ອວ່າການອຶດຢາກຈະບໍ່ເກີດຂຶ້ນອີກຕໍ່ໄປ ອັນເປັນການອັບອາຍຂາຍໜ້າໃຫ້ແກ່ພວກເຈົ້າໃນທ່າມກາງຊົນຊາດທັງຫລາຍ.
ຝູງສັດເອີຍ ຢ່າສູ່ຢ້ານແຕ່ປະການໃດເລີຍ ທີ່ທົ່ງລ້ຽງສັດຕ່າງໆ ກໍມີຫຍ້າຂຽວສົດແລ້ວ; ຕົ້ນໄມ້ຕ່າງໆ ກໍເກີດໝາກເກີດຜົນ ໝາກເດື່ອແລະໝາກອະງຸ່ນກໍມີເຕັມຢູ່.
ທີ່ດິນຈະຜະລິດຜົນລະປູກໃຫ້ ແລະພວກເຈົ້າຈະໄດ້ກິນຢ່າງອີ່ມໜຳສຳລານ ແລະຈະຢູ່ໃນປະເທດໄດ້ຢ່າງປອດໄພ.
ເຮົາຈະອວຍພອນທີ່ດິນປູກຝັງໃນປີທີຫົກ ເພື່ອວ່າມັນຈະຜະລິດອາຫານໃຫ້ພໍສຳລັບສາມປີ.
ພວກເຂົາຈະປູກພືດພັນຂອງຕົນຢ່າງສະຫງົບສຸກ. ຕົ້ນອະງຸ່ນຂອງພວກເຂົາຈະເກີດໝາກຫລາຍ ແຜ່ນດິນຈະຜະລິດຜົນລະປູກໄດ້ດີ ແລະຝົນກໍຈະຕົກລົງມາຢ່າງບໍຣິບູນ. ເຮົາຈະໃຫ້ພຣະພອນທັງໝົດເຫຼົ່ານີ້ແກ່ປະຊາຊົນ ທີ່ລອດຊີວິດຢູ່ໃນຊາດຂອງເຮົານັ້ນ.
ເພື່ອວ່າເຈົ້າທັງຫລາຍຈະກາຍເປັນບຸດແຫ່ງພຣະບິດາເຈົ້າ ຜູ້ຊົງສະຖິດໃນສະຫວັນ ເພາະພຣະອົງບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວແລະຄົນດີເໝືອນກັນ ແລະໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳແລະບໍ່ຊອບທຳ.
ແຕ່ເຖິງປານນັ້ນ ພຣະອົງບໍ່ໄດ້ໃຫ້ຂາດພະຍານເຖິງເລື່ອງພຣະອົງ ໂດຍກິດຈະການອັນດີຂອງພຣະອົງ ຄືໄດ້ບັນດານຝົນໃຫ້ຕົກຈາກທ້ອງຟ້າ ແລະໃຫ້ມີຜົນລະປູກຕາມລະດູການ, ຈຶ່ງໂຜດໃຫ້ອາຫານການກິນແກ່ພວກທ່ານ ແລະໃຫ້ຈິດໃຈອີ່ມເຕັມດ້ວຍຄວາມສຸກ.”
ສະນັ້ນ ຈົ່ງເຊື່ອຟັງຂໍ້ຄຳສັ່ງທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຮັບໃຊ້ພຣະອົງດ້ວຍສຸດໃຈ.
ຖ້າພວກເຈົ້າເຮັດຕາມ ພຣະອົງກໍຈະສົ່ງຝົນມາເທິງດິນແດນຂອງພວກເຈົ້າ ຖືກຕາມລະດູການ ໃນລະດູໃບໄມ້ຫລົ່ນແລະລະດູໃບໄມ້ປົ່ງ ເພື່ອວ່າພວກເຈົ້າຈະມີເຂົ້າ ມີເຫຼົ້າອະງຸ່ນ ແລະມີນໍ້າມັນໝາກກອກເທດ
ພຣະເຈົ້າຢາເວຈະສົ່ງຝົນຈາກຄັງອັນອຸດົມສົມບູນຂອງພຣະອົງໃນຟ້າສະຫວັນ ໃຫ້ຕົກຖືກຕາມລະດູການ ແລະອວຍພອນທຸກໆວຽກງານຂອງພວກເຈົ້າ ເພື່ອພວກເຈົ້າຈະໃຫ້ຫລາຍຊົນຊາດກູ້ຢືມ, ແຕ່ພວກເຈົ້າຈະບໍ່ໄດ້ກູ້ຢືມຈາກຊົນຊາດໃດ.
ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ. ຈົ່ງເບິ່ງຊາວປູກຝັງທີ່ລໍຄອຍຜົນອັນມີຄ່າ ທີ່ຈະໄດ້ຮັບຈາກແຜ່ນດິນ ເຂົາພຽນຄອຍຈົນກວ່າມີຝົນຕົ້ນລະດູແລະຝົນປາຍລະດູ.
ພະຍານທັງສອງນີ້ ມີສິດອຳນາດທີ່ຈະອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນຂະນະທີ່ພວກເພິ່ນປະກາດພຣະທຳຂອງພຣະເຈົ້າຢູ່ນັ້ນ ພວກເພິ່ນຍັງມີສິດອຳນາດເຮັດໃຫ້ນໍ້າກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະລາຍທຸກຢ່າງ ທໍລະມານແຜ່ນດິນໂລກໄດ້ທຸກເວລາ ຕາມຄວາມປາຖະໜາ.