ລະບຽບ^ພວກເລວີ 26:39 - ພຣະຄຳພີສັກສິ39 ຜູ້ທີ່ລອດຊີວິດມາໄດ້ ຕ່າງກໍຈະໝົດເຫື່ອໝົດແຮງຕາຍໄປໃນທີ່ສຸດ ເພາະບາບກຳຂອງພວກເຈົ້າເອງ ແລະບາບກຳບັນພະບຸລຸດຂອງພວກເຈົ້າ. Uka jalj uñjjattʼäta |
ພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງໄດ້ເຮັດບາບຢ່າງໃຫຍ່ຫລວງ ຕັ້ງແຕ່ສະໄໝປູ່ຍ່າຕາຍາຍຂອງພວກຂ້ານ້ອຍຈົນມາເຖິງປັດຈຸບັນນີ້. ຍ້ອນບາບຂອງພວກຂ້ານ້ອຍ, ບັນດາກະສັດແລະບັນດາປະໂຣຫິດຂອງພວກຂ້ານ້ອຍ ຈຶ່ງໄດ້ຕົກຢູ່ໃນອຳນາດຂອງກະສັດຕ່າງຊາດ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຖືກຂ້າ, ຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ. ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຂາຍໜ້າທີ່ສຸດ ແລະກໍຍັງອັບອາຍຢູ່ເທົ່າທຸກວັນນີ້.
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.
“ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກເອົາ ລະຫວ່າງຄຳອວຍພອນແລະຄຳສາບແຊ່ງ. ເມື່ອເຫດການເຫຼົ່ານີ້ທັງໝົດໄດ້ເກີດຂຶ້ນກັບພວກເຈົ້າແລ້ວ ແລະພວກເຈົ້າກຳລັງອາໄສຢູ່ທ່າມກາງຊົນຊາດຕ່າງໆ ບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ; ພວກເຈົ້າກໍຈະຈົດຈຳສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ພວກເຈົ້າເລືອກເອົາ.