ລະບຽບ^ພວກເລວີ 26:36 - ພຣະຄຳພີສັກສິ36 ເຮົາຈະໃຫ້ຫລາຍຄົນໃນພວກເຈົ້າ ຄືຜູ້ທີ່ຢູ່ໃນຕ່າງຖິ່ນອົກສັ່ນຂວັນເສຍ ຈົນສຽງລົມພັດໃບໄມ້ກໍເຮັດໃຫ້ພວກເຈົ້າແລ່ນເປີດໜີໄປ. ພວກເຈົ້າຈະແລ່ນປົບໜີເໝືອນດັ່ງກັບວ່າ ຖືກສັດຕູໄລ່ຕິດຕາມໃນສະໜາມຮົບ ແລະພວກເຈົ້າຈະລົ້ມລົງໃນບ່ອນທີ່ບໍ່ມີສັດຕູໃດໆໄລ່ມາໃກ້ພວກເຈົ້າ. Uka jalj uñjjattʼäta |
ເມື່ອພວກເຂົາຖາມເຈົ້າວ່າ, ‘ເປັນຫຍັງເຈົ້າຈຶ່ງຄໍ່າຄວນ?’ ຈົ່ງບອກພວກເຂົາວ່າ, ‘ເນື່ອງຈາກຂ່າວຮ້າຍທີ່ກຳລັງມາ. ເມື່ອມັນມາຮອດ ຈິດໃຈຂອງພວກເຂົາຈະເຕັມໄປດ້ວຍຄວາມຢ້ານກົວ, ມືຂອງພວກເຂົາຈະອ່ອນເພຍລົງ, ຄວາມກ້າຫານຂອງພວກເຂົາຈະໝົດໄປ ແລະຫົວເຂົ່າຂອງພວກເຂົາກໍຈະສັ່ນເຊັນ.’ ເວລາມາຮອດແລ້ວ; ມັນຈະຢູ່ທີ່ນີ້.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.