Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:34 - ພຣະຄຳພີສັກສິ

34-35 ແລ້ວ​ທີ່ດິນ​ກໍ​ຈະ​ດີອົກ​ດີໃຈ​ກັບ​ປີ​ຊະບາໂຕ​ພັກຜ່ອນ​ຢ່າງ​ແທ້ຈິງ ຊຶ່ງ​ພວກເຈົ້າ​ບໍ່​ສາມາດ​ຢິບ​ຍື່ນໃຫ້​ໄດ້ ຕະຫຼອດ​ເວລາ​ທີ່ດິນ​ນັ້ນ​ຖືກ​ປະ​ໄວ້​ໃຫ້​ຮົກຮ້າງ​ຫວ່າງເປົ່າ ໃນ​ຂະນະທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ. ເມື່ອນັ້ນ​ແຜ່ນດິນ​ຈະ​ໄດ້​ພັກຜ່ອນ ແລະ​ຊົມຊື່ນ​ຍິນດີ​ກັບ​ປີ​ຊະບາໂຕ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:34
7 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ເພາະ​ບໍ່ມີ​ຜູ້ໃດ​ທີ່​ບໍ່ໄດ້​ເຮັດ​ບາບ ແລ້ວ​ພຣະອົງ​ກໍໄດ້​ໂກດຮ້າຍ ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເຂົາ ແລະ​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ດິນແດນ​ອື່ນ​ບາງ​ແຫ່ງ ເຖິງ​ແມ່ນ​ວ່າ​ດິນແດນ​ນັ້ນ​ຈະ​ຢູ່​ໄກ​ເທົ່າໃດ​ກໍຕາມ


ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.


ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ.


ເຖິງຢ່າງໃດກໍດີ ໃນ​ຂັ້ນຕົ້ນ​ດິນແດນ​ຈະ​ຕ້ອງ​ບໍ່​ໃຫ້​ມີ​ຄົນ​ພັກພາ​ອາໄສ​ຢູ່ ເພື່ອ​ວ່າ​ມັນ​ຈະ​ຊົມຊື່ນ​ຍິນດີ​ກັບ​ປີຊະບາໂຕ (ປີ​ແຫ່ງ​ການ​ພັກຜ່ອນ) ແລະ​ພວກເຂົາ​ຕ້ອງ​ຮັບ​ໂທດ​ຢ່າງ​ພຽງພໍ​ເສຍ​ກ່ອນ ຍ້ອນ​ການ​ທີ່​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka