ລະບຽບ^ພວກເລວີ 26:32 - ພຣະຄຳພີສັກສິ32 ເຮົາຈະທຳລາຍດິນແດນຂອງພວກເຈົ້າໃຫ້ກ້ຽງ ເພື່ອວ່າສັດຕູຜູ້ຢຶດຄອງດິນແດນນັ້ນ ຈະອົກສັ່ນຂວັນເສຍອັນເນື່ອງມາຈາກການທຳລາຍນີ້. Uka jalj uñjjattʼäta |
ນະຄອນເຢຣູຊາເລັມແລະເມືອງທັງໝົດຂອງຢູດາຍ ພ້ອມທັງບັນດາກະສັດແລະພວກເຈົ້ານາຍໄດ້ຖືກບັງຄັບໃຫ້ດື່ມ ເພື່ອວ່າເມືອງເຫຼົ່ານີ້ຈະກາຍເປັນເມືອງຮົກຮ້າງຫວ່າງຄົນ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະເພື່ອວ່າປະຊາຊົນຈະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ດັ່ງທີ່ພວກເຂົາຍັງປະຕິບັດກັນຢູ່.
ພຣະເຈົ້າຢາເວໄດ້ກ່າວວ່າ, “ປະຊາຊົນກຳລັງເວົ້າວ່າ ບ່ອນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ; ໃນທີ່ນັ້ນບໍ່ມີແມ່ນແຕ່ຄົນ ແລະສັດອາໄສຢູ່. ເຂົາເວົ້າຖືກແລ້ວ; ເມືອງຂອງຢູດາຍກັບຕາມທ້ອງຖະໜົນຂອງນະຄອນເຢຣູຊາເລັມກໍຫວ່າງເປົ່າ; ບໍ່ມີຄົນຫລືສັດອາໄສຢູ່ເລີຍ, ແຕ່ໃນບ່ອນເຫຼົ່ານີ້ ພວກເຈົ້າຈະໄດ້ຍິນອີກເທື່ອໃໝ່
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຟັງພວກຂ້ານ້ອຍ ໂຜດຫລຽວເບິ່ງພວກຂ້ານ້ອຍ ແລະໂຜດເບິ່ງຄວາມຍາກລຳບາກທີ່ພວກຂ້ານ້ອຍກຳລັງປະເຊີນຢູ່ ພ້ອມທັງຄວາມທົນທຸກໃນເມືອງທີ່ຮັບເອົານາມພຣະອົງດ້ວຍ. ພວກຂ້ານ້ອຍກຳລັງພາວັນນາອະທິຖານຫາພຣະອົງ ບໍ່ແມ່ນຍ້ອນພວກຂ້ານ້ອຍກະທຳໃນສິ່ງທີ່ຖືກຕ້ອງ ແຕ່ຍ້ອນພຣະອົງມີຄວາມເມດຕາ.