Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 26:30 - ພຣະຄຳພີສັກສິ

30 ເຮົາ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ທີ່​ເທິງ​ພູ ມ້າງ​ແລະ​ຮື້​ແທ່ນບູຊາ​ເຄື່ອງຫອມ​ລົງ​ໝົດ ແລະ​ໂຍນ​ສົບ​ພວກເຈົ້າ​ຖິ້ມ​ໃສ່​ເທິງ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ທີ່​ຫັກ​ເພພັງ. ຍ້ອນ​ເຮົາ​ເບື່ອໜ່າຍ​ພວກເຈົ້າ​ຫລາຍ​ທີ່ສຸດ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 26:30
28 Jak'a apnaqawi uñst'ayäwi  

ເພາະ​ພວກເຮົາ​ກຳລັງ​ຈະ​ທຳລາຍ​ເມືອງ​ນີ້. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຟ້ອງ​ຮ້ອງ​ຢ່າງ​ໜັກໜ່ວງ ຕໍ່ສູ້​ປະຊາຊົນ​ເຫຼົ່ານີ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ພວກເຮົາ​ມາ​ເພື່ອ​ທຳລາຍ​ເມືອງ​ໂຊໂດມ​ນີ້.”


ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’


ຄຳເວົ້າ​ທີ່​ລາວ​ໄດ້​ກ່າວ​ໄວ້​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ເພື່ອ​ຕໍ່ສູ້​ແທ່ນບູຊາ​ໃນ​ເມືອງ​ເບັດເອນ ແລະ​ຕໍ່ສູ້​ບ່ອນ​ຂາບໄຫວ້​ຕ່າງໆ ຢູ່​ໃນ​ເມືອງ​ຊາມາເຣຍ​ນີ້​ຈະ​ເກີດ​ເປັນ​ຈິງ​ແທ້.


ແລ້ວ​ກະສັດ​ໂຢສີຢາ​ກໍ​ຫລຽວ​ອ້ອມ​ໄປມາ ຈຶ່ງ​ເຫັນ​ຂຸມຝັງສົບ​ຕ່າງໆ​ທີ່​ເທິງ​ເນີນພູ; ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ພວກເຂົາ​ເອົາ​ກະດູກ​ອອກ​ຈາກ​ອຸບມຸງ​ເຫຼົ່ານັ້ນ ໄປ​ເຜົາ​ເທິງ​ແທ່ນບູຊາ. ເພິ່ນ​ໄດ້​ເຮັດ​ເຊັ່ນນີ້​ເປັນ​ການທຳລາຍ​ແທ່ນບູຊາ​ໃຫ້​ເປັນ​ມົນທິນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ແຕ່​ດົນນານ​ມາແລ້ວ ໃນ​ໄລຍະ​ເທດສະການ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ຢືນ​ຢູ່​ທີ່​ຂ້າງ​ແທ່ນບູຊາ. ກະສັດ​ໂຢສີຢາ​ຫລຽວ​ອ້ອມ​ໄປມາ​ຈຶ່ງ​ເຫັນ​ອຸບມຸງ​ຂອງ​ຜູ້ທຳນວາຍ ຜູ້​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ກ່ຽວກັບ​ເລື່ອງ​ນີ້.


ເພິ່ນ​ໄດ້​ຂ້າ​ປະໂຣຫິດ​ທຸກຄົນ​ຂອງ​ຊາວ​ຕ່າງຊາດ​ເທິງ​ແທ່ນບູຊາ ບ່ອນ​ທີ່​ພວກເຂົາ​ຮັບໃຊ້​ນັ້ນ ແລະ​ເພິ່ນ​ຍັງ​ໄດ້​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ແທ່ນບູຊາ​ທຸກບ່ອນ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ກະສັດ​ໂຢສີຢາ​ໄດ້​ນຳ​ບັນດາ​ປະໂຣຫິດ​ທັງໝົດ​ທີ່​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຢູ່​ທົ່ວ​ທຸກບ່ອນ​ຈາກ​ເກບາ​ເຖິງ​ເບເອນເຊບາ​ທີ່​ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ ແລະ​ສະຖານ​ທີ່​ສູງ​ທັງຫຼາຍ ຊຶ່ງ​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ໃສ່​ນັ້ນ ມາ​ທີ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ຍັງ​ໄດ້​ມ້າງ​ແທ່ນບູຊາ​ທີ່​ອຸທິດ​ຖວາຍ​ແກ່​ຜີ​ປີສາດແບ້ ໃກ້​ປະຕູ​ເມືອງ​ທີ່​ໂຢຊວຍ​ຜູ້ປົກຄອງ​ເມືອງ​ໄດ້​ສ້າງ​ຂຶ້ນ. ແທ່ນບູຊາ​ນີ້​ຢູ່​ທາງ​ເບື້ອງຊ້າຍ​ຂອງ​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.


ແລ້ວ​ທຸກຄົນ​ກໍ​ໄປ​ບ່ອນ​ຂາບໄຫວ້​ພະບາອານ ແລະ​ມ້າງ​ມັນ​ລົງ. ພວກເຂົາ​ທັບ​ແທ່ນບູຊາ ແລະ​ເທວະຮູບ​ໃນ​ທີ່ນັ້ນ​ຖິ້ມ ແລະ​ໄດ້​ຂ້າ​ມັດທານ ປະໂຣຫິດ​ພະບາອານ​ຕໍ່ໜ້າ​ແທ່ນບູຊາ​ນັ້ນ.


ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ໄພ່ພົນ​ຂອງ​ພຣະອົງ ພຣະອົງ​ເບື່ອໜ່າຍ​ກຽດຊັງ​ພວກເຂົາ.


ແຕ່​ພຣະອົງ​ໂກດຮ້າຍ​ຕໍ່​ກະສັດ​ທີ່​ພຣະອົງ​ເລືອກເອົາ ພຣະອົງ​ໄດ້​ປະຖິ້ມ​ລາວ​ແລະ​ບໍ່​ຮັບ​ເອົາ​ລາວ​ດ້ວຍ.


ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”


ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ຮື້​ລົງ​ໝົດ ສະຖານທີ່​ຊຶ່ງ​ເຈົ້າ​ໄດ້​ເຮັດ​ເປັນ​ບ່ອນ​ຫລີ້ນຊູ້ ແລະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຂົາ​ຈະ​ເອົາ​ເຄື່ອງນຸ່ງ​ແລະ​ເຄື່ອງເອ້​ຂອງເຈົ້າ​ໄປ​ໝົດ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ.


“ມະນຸດ​ເອີຍ ນີ້ແຫລະ​ແມ່ນ​ບັນລັງ​ຂອງເຮົາ. ເຮົາ​ຈະ​ຢູ່​ທີ່​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ປົກຄອງ​ພວກເຂົາ​ຕະຫລອດໄປ. ປະຊາຊົນ​ອິດສະຣາເອນ​ຕະຫລອດ​ທັງ​ບັນດາ​ກະສັດ​ຂອງ​ພວກເຂົາ ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ໂດຍ​ຂາບໄຫວ້​ພະອື່ນ ຫລື​ໂດຍ​ຝັງສົບ​ຂອງ ກະສັດ​ຂອງ​ພວກເຂົາ​ທີ່​ໄດ້​ຕາຍໄປ​ແລ້ວ​ໃນ​ທີ່​ນີ້​ອີກ.


ຊາກສົບ​ທັງຫລາຍ​ຈະ​ກະຈັດ​ກະຈາຍ ປະປົນ​ຢູ່​ກັບ​ຮູບເຄົາຣົບ​ຕ່າງໆ​ອ້ອມ​ແທ່ນບູຊາ ມັນ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ເນີນພູ​ສູງ, ຢູ່​ເທິງ​ຈອມພູ​ທຸກໆໜ່ວຍ, ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ ແລະ​ຕົ້ນໂອກ​ທຸກ​ຕົ້ນ ຄື​ຢູ່​ໃນ​ທຸກ​ບ່ອນ​ທີ່​ພວກເຂົາ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ​ຂອງ​ພວກເຂົາ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.


ຢ່າ​ໄດ້​ນຳ​ເອົາ​ຮີດຄອງ​ຂອງ​ປະຊາຊົນ​ຜູ້​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ມາ​ໃຊ້; ເຮົາ​ກຳລັງ​ຂັບໄລ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໃຫ້​ອອກ​ໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ ຕໍ່​ຮີດຄອງ​ອັນ​ຊົ່ວຊ້າ​ທັງປວງ​ຂອງ​ພວກເຂົາ.


ເຮົາ​ຈະ​ສະຖິດ​ຢູ່​ໃນ​ຫໍເຕັນ​ຂອງເຮົາ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຈົ້າ​ຈັກເທື່ອ.


ຖ້າ​ພວກເຈົ້າ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ ແລະ​ທຳລາຍ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”


ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”


ເມື່ອ​ພຣະເຈົ້າຢາເວ​ເຫັນ​ເຊັ່ນນີ້ ພຣະອົງ​ຈຶ່ງ​ໂກດຮ້າຍ​ຫລາຍ ຈຶ່ງ​ບໍ່​ຮັບ​ຊາຍ​ຍິງ​ເຫຼົ່ານີ້ ເປັນ​ບຸດ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka